ບໍລິສັດ ນ້ຳສີ ລາວ ໂຊກດີ ຈຳກັດ (Lao Lucky Coatings Co., Ltd), ມີສຳນັກງານຕັ້ງຢູ່ ບ້ານ ໜອງດາ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສະຖານທີ່ໂຮງງານ: ຕັ້ງຢູ່ບ້ານໜອງບຶກເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ໃບທະບຽນວິສາຫະກິດສະບັບເລກທີ : 0583/ຈທວ, ລົງວັນທີ 28 ເມສາ 2020; ໃບອານຸຍາດດຳເນີນທຸລະກິດອຸດສາຫະກຳ ແລະ ຫັດຖະກຳ ສະບັບເລກທີ: 0095/ກອຫ.ສຂອ, ລັງວັນທີ: 8 ມິຖຸນາ 2020, ບໍລິສັດ ນ້ຳສີ ລາວ ໂຊກດີ ຈຳກັດ ເປັນບໍລິສັດຮ່ວມທຶນລະຫວ່າງພາຍໃນ ແລະ ຕ່າງປະເທດ ໄດ້ສ້າງຕັ້ງຂຶ້ນໃນເດືອນ ເມສາ ປີ 2020, ດ້ວຍທຶນຈົດທະບຽນ 5 ຕື້ກີບ, ຊຶ່ງເປັນເຄື
ອຂ່າຍຂອງ ບໍລິສັດ ຊິນຈິວຊິນ ວັດສະດຸກໍ່ສ້າງ ແລະ ເທັກໂນໂລຊີ ຈຳກັດ, ສປ ຈີນ (FUJIAN XINJIUXIN BUILDING MATERIALS TECHNOLOGY CO.,LTD) ທີ່ມີສະຖານການຜະລິດຢູ່ໃນເຂດອຸດສາຫະກຳກໍ່ສ້າງສີຂຽວເມືອງມຽນຊິງ ແຂວງຝູຈຽນ, ສປ ຈີນ, ກວມເນື້ອທີ່ 20,000 ຕາແມັດ, ເປັນວິສາຫະກິດທີ່ມີປະສົບການສູງໃນການຜະລິດ, ຈຳໜ່າຍ, ບໍລິການດ້ານເຕັກນິກ ແລະ ການກໍ່ສ້າງທີ່ມາດຕະຖານດ້ວຍເທັກໂນໂລຊີສູງດ້ານວັດສະ
ດຸກັນຊຶມ, ວັດສະດຸກັນຄວາມຮ້ອນ, ນ້ຳສີສຳລັບພາຍນອກ, ພາຍໃນ ແລະ ພັດທະນາປູນຜົງສຳລັບໂປ້. ຄວາມສາມາດໃນການຜະລິດສຳລັບປະເພດນ້ຳສີ 60 ພັນ
ໂຕນ/ປີ, ຜົງປູນໂປ້ 1 ແສນໂຕນ/ປີ, ແຜ່ນກັນນ້ຳ 5 ລ້ານແມັດກະເລ. ຍ້ອນມີຄວາມພະຍາຍາມຂອງບໍລິສັດຕະຫຼອດມາ, ເຮັດໃຫ້ຂອບເຂດທຸລະກິດຂອງວິສາຫ
ະກິດນັບມື້ນັບຂະຫຍາຍຕົວຫຼາຍຂຶ້ນຈົນກາຍເປັນຜູ້ນຳໜ້າໃນຂະແໜງການດຽວກັນ ໃນ ສປຈີນ.
ບໍລິສັດໄດ້ຮັບຄຸນວຸທິດ້ານວິຊາການກໍ່ສ້າງສຳລັບວຽກກັນຊຶມ, ກັນຄວາມຮ້ອນ, ພ້ອມທັງໄດ້ຮັບໃບຢັ້ງຢືນລະບົບຄຸ້ມຄອງຄຸນນະພາບສາກົນ ISO9001:2015; ໃບຢັ້ງຢືນລະບົບຄຸ້ມຄອງສິ່ງແວດລ້ອມສາກົນ ISO14001 : 2015; ໃບຢັ້ງຢືນລະບົບຄຸ້ມຄອງຄວາມປອດໄພດ້ານສຸຂະພາບສາກົນ ISO18001 : 2015.





5 ຈຸດເດັ່ນ

1. ຄວາມສາມາດໃນການຜະລິດ

ຜ່ານຄວາມພະຍາຍາມມາຫຼາຍປີ ໂດຍລວມແລ້ວປະເພດຸກໍ່ສ້
າງຈິວຊິ່ນໄດ້ປົກຄຸມທັງໝົດ,ທາງດ້ານຄຸນສົມບັດສາມາດຕອບສະໜອງຕ່ອງໂສ້ຂອງຜະລິດຕະພັນໄດ້,ບໍລິສັດມີສາຍການ

2. ຄວາມສາມາດໃນການໃນການພັດທະນາ

ທາງບໍລິສັດໄດ້ມີທີມວິຊາການຄົ້ນຄວ້າສະເພາະດ້ານຈຳນວນຫຼາຍຊຶ່ງໄດ້ມີການຮ່ວມມືກັບສະຖາບັນຄົ້ນຄວ້າທີ່ມີຊື່ສຽງລະດັບຊາດມາເປັນໄລຍະຍາວນານ ແລະ ໄດ້ສ້າງຕັ້ງສູນ ຄົ້ນຄວ້າ ແລະ ສູນປະຕິບັດການຂຶ້ນຕາມລຳດັບເຊັ່ນ:

3. ຄວາມສາມາດໃນການທົດສອບຄຸນນະພາບ

ການທົດສອບໄດ້ປະຕິບັດຕາມຂັ້ນຕອນໂດຍການທົດສອບວັດຖຸດິບ ກວດສອບດ້ວຍສູນຄວບຄຸມ ກວດສອບສິນຄ້າສຳເລັດຮູບ ກວດສອບສິ

4. ຄວາມສາມາດໃນການຄຸ້ມຄອງສິນຄ້າ

ສາງສິນຄ້າປະຕິບັດຕາມລະບົບຄຸ້ມຄອງພາກສະໜາມ 6S: ການຈັດ
ສັນຄວາມເປັນລະບຽບຮຽບຮ້ອຍ, ການແກ້ໄຂ, ການອານາໄມ, ການ

5. ຄວາມສາມາດໃນການຮັກສາສິ່ງແວດລ້ອມ

ການເປັນມິດ ແລະ ກົມກຽວກັບສັງຄົມ ແລະ ສິ່ງແວດລ້ອມແມ່ນຄວາມຮັບຜິດຊອບຂອງພວກເຮົາ. ຮັບປະກັນປະສິດທິພາບທັງສາມດ້ານຄື: ປະສິດທິພາບດ້ານເສດຖະກິດ, ດ້ານສັງຄົມ ແລະ ດ້ານສິ່ງແວດລ້ອມ. “ສິ່ງແວດລ້ອມສີຂຽວ” ແມ່ນຄວາມມຸ້ງໝັ້ນຂອງພວກເຮົາ. ພວກເຮົາໄດ້ລົງອັນທຶ