ນ້ຳສີລາຍຫີນ 5D

(ລາຍຫີນແກຣນນິດ)

◎ ລາຍຫີນເໝືອນຈິງ
◎ ສະດວກໃນການກໍ່ສ້າງ ແລະ ທົນຕໍ່ທຸກສະພາບອາກາດ
◎ ທົນທານຕໍ່ການເຊັດລ້າງ, ປ້ອງກັນເຊື້ອລາ ແລະ ໄຄເທົາ

ແນະນຳຜະລິດຕະພັນ:
ຜະລິດຕະພັນນີ້ສີຕົກແຕ່ງຕົກແຕ່ງລັກສະນະຄ້າຍຄືລາຍຫີນແກຣນນິດ. ລະດັບການລອກຮຽນສູງ, ເໝືອນດັ່ງຫີນທີ່ເກາະຫ້ອຍໄວ້. ປະສົມປະສານກັບຄຸນລັກສະນະພິເສດດ້ານຄວາມແຂງຂອງສີ, ມີຄວາມຕ້ານທານຕໍ່ທຸກສະພາບອາກາດສູງ ແລະ ເປັນລາຍຫີນສາມມິຕິທີ່ເໝືອນຈິງ. ສາມາດຮຽນແບບກົນໄກ ແລະ ລາຍສີຂອງຫີນທຸກປະເພດ, ຊຶ່ງມີຄຸນນະພາບເປັນທຳມະຊາດ ແລະ ສູງກ່ວາກ້ອນຫີນທຳມະຊາດ.
ຂອບເຂດການນຳໃຊ້: ເໝາະສຳລັບຕົບແຕ່ງຝາຜະນັງພາຍໃນ ແລະ ພາຍນອກທຸກລະດັບສຳລັບເຮືອນວິນລາ, ອາພາດເມັນ, ອາຄານສຳນັກງານ, ຕຶກອາຄານ ແລະອື່ນໆ. ສາມາດນໍາໃຊ້ຕົກແຕ່ງຝາກໍາແພງພາຍນອກ, ການຫີນແກະສະຫຼັກ, ຄານ ແລະ ເສົາກະແພງດ້ານນອກ.

ມາດຕະຖານຂອງຜະລິດຕະພັນ:
HG / T 4343-2012 “ສີເຄືອບປະເພດສີນ້ໍາຫຼັກສີສໍາລັບສະຖາປັດຕະຍະກໍາ”

ວິທີການນຳໃຊ້:

1. ການກະກຽມຂັ້ນຕົ້ນ: ໂບກ ແລະ ຈັບລະດັບດ້ວຍສີໂປ້;
2. ຮອຍຕໍ່: ຕິດແຜ່ນເທບດ້ວຍຄວາມກວ້າງທີ່ເໝາະສົມຕາມຄວາມຕ້ອງການດ້ານສິນລິປະ;
3. ການສີດພົ່ນສີລາຍຫີນ: ຂຶ້ນຮູບດ້ວຍປືນພົ່ນສີ, ນຳໃຊ້ປືນສີດສີຊະນິດພິເສດເພື່ອສີດສີຈຳນວນສອງຄັ້ງ;
4. ລອກເທບອອກຈາກຮອຍຕໍ່, ສາມາດທາສີໃສ່ຮອຍຕໍ່ໄດ້ຕາມຄວາມຕ້ອງການ;
5. ພົ່ນສີເຄືອບເງົາ;
6. ການເຮັດຄວາມສະອາດ: ທໍາຄວາມສະອາດເຄື່ອງໃຊ້ດ້ວຍນ້ຳສະອາດ ແລະ ສະບູ່ພາຍຫຼັງກໍ່ສ້າງ.

ຂໍ້ຄວນລະວັງ:

1. ພາຍໃຕ້ອຸນນະພູມແວດລ້ອມສູງກວ່າ 5°C ແລະ ຄວາມຊຸ່ມຂອງອາກາດຕໍ່າກວ່າ 85%;
2. ໄລຍະການແຫ້ງ: ພື້ນຜີວຈະແຫ້ງພາຍໃນເວລາປະມານ 2 ຊົ່ວໂມງ ແລະ ເນື້ອສີຈະແຫ້ງແທ້ຫຼາຍກ່ວາ 48 ຊົ່ວໂມງ;
3. ໄລຍະເວລາການທາສີຊ້ຳຄືນ: ພາຍຫຼັງ 24 ຊົ່ວໂມງ (25°C, ຄວາມຊຸ່ມຊື່ນ 50%). ການເກັບຮັກສາຜະລິດຕະພັນ: ຜະລິດຕະພັນນີ້ຄວນເກັບຮັກສາໄວ້ໃນບ່ອນທີ່ມີອາກາດເຢັນ, ແຫ້ງ ແລະມີລົມລ່ວງດີ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 18 ເດືອນ.

ນ້ຳສີລາຍຫີນແກຣນນິດຫຼາກສ

◎ ລາຍຫີນເໝືອນຈິງ ແລະ ມີສີສັນສົມບູນ
◎ ນຳໃຊ້ຢ່າງກ້ວາງຂວາງ
◎ ນໍ້າໜັກເບົາ ແລະ ປອດໄພ
◎ ສະດວກໃນການກໍ່ສ້າງ, ຂຶ້ນຮູບງ່າຍດາຍ

ແນະນຳຜະລິດຕະພັນ:
ຜະລິດຕະພັນນີ້ໄດ້ນ້ຳໃຊ້ນ້ຳສີອະຄິລິກທີ່ບໍລິສຸດເປັນວັດສະດຸພື້ນຖານ, ໂດຍຜ່ານຂະບວນການຜະລິດເມັດເຈວອະນຸພາກນ້ຳໃນ ນ້ຳ, ເຮັດໃຫ້ອະນຸພາກທີ່ມີສີແຕກຕ່າງກັນກາຍເປັນລະບົບສອງຂົ້ວຄືຂົ້ວກະຈາຍ ແລະ ຂົ້ວຕໍ່ເນື່ອງທີ່ສະໝ່ຳສະເໝີ ແລະ ສະຖຽນ. ຜະລິດຕະພັນດັ່ງກ່າວມີລັກສະນະທີ່ຄ້າຍຄືກັບລາຍຫີນແກຣນນິດທີ່ ແທ້ຈິງ, ພ້ອມທັງມີຄວາມຕ້ານທານຕໍ່ທຸກສະພາບອາກາດ ທີ່ດີ, ມີຄວາມສາມາດຮັກສາເນື້ອສີ ແລະ ການປົກປິດຮອຍແຕກ ນ້ອຍໆຂອງຝາຜະນັງ.
ຂອບເຂດການນຳໃຊ້:
ເໝາະສຳລັບຕົບແຕ່ງຝາຜະນັງພາຍໃນ ແລະ ພາຍນອກທຸກລະດັບສຳລັບເຮືອນວິນລາ, ອາພາດເມັນ, ອາຄານສຳນັກງານ, ຕຶກອາຄານ ແລະອື່ນໆ. ສາມາດນໍາໃຊ້ຕົກແຕ່ງຝາກໍາແພງພາຍນອກ, ການຫີນແກະສະຫຼັກ, ຄານ ແລະ ເສົາກະແພງດ້ານນອກ.

ວິທີການນຳໃຊ້:

  1. ການກະກຽມຂັ້ນຕົ້ນ: ໂບກ ແລະ ຈັບລະດັບດ້ວຍສີໂປ້;
  2. ຮອຍຕໍ່: ຕິດແຜ່ນເທບດ້ວຍຄວາມກວ້າງທີ່ເໝາະສົມຕາມຄວາມຕ້ອງການດ້ານສິນລິປະ;
  3. ການສີດພົ່ນສີລາຍຫີນ: ຂຶ້ນຮູບດ້ວຍປືນພົ່ນສີ, ນຳໃຊ້ປືນສີດສີຊະນິດພິເສດເພື່ອສີດສີຈຳນວນສອງຄັ້ງ;
  4. ລອກເທບອອກຈາກຮອຍຕໍ່, ສາມາດທາສີໃສ່ຮອຍຕໍ່ໄດ້ຕາມຄວາມຕ້ອງການ;
  5. ພົ່ນສີເຄືອບເງົາ;
  6. ການເຮັດຄວາມສະອາດ: ທໍາຄວາມສະອາດເຄື່ອງໃຊ້ດ້ວຍນ້ຳສະອາດ ແລະ ສະບູ່ພາຍຫຼັງກໍ່ສ້າງ.

ຂໍ້ຄວນລະວັງ:

  1. ພາຍໃຕ້ອຸນນະພູມແວດລ້ອມສູງກວ່າ 5°C ແລະ ຄວາມຊຸ່ມຂອງອາກາດຕໍ່າກວ່າ 85%;
  2. ໄລຍະການແຫ້ງ: ພື້ນຜີວຈະແຫ້ງພາຍໃນເວລາປະມານ 2 ຊົ່ວໂມງ ແລະ ເນື້ອສີຈະແຫ້ງແທ້ຫຼາຍກ່ວາ 48 ຊົ່ວໂມງ;
  3. ໄລຍະເວລາການທາສີຊ້ຳຄືນ: ພາຍຫຼັງ 24 ຊົ່ວໂມງ (25°C, ຄວາມຊຸ່ມຊື່ນ 50%).
    ການເກັບຮັກສາຜະລິດຕະພັນ:
    ຜະລິດຕະພັນນີ້ຄວນເກັບຮັກສາໄວ້ໃນບ່ອນທີ່ມີອາກາດເຢັນ, ແຫ້ງ ແລະມີລົມລ່ວງດີ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 18 ເດືອນ.

ມາດຕະຖານຂອງຜະລິດຕະພັນ:
HG / T 4343-2012 “ສີເຄືອບປະເພດສີນ້ໍາຫຼັກສີສໍາລັບສະຖາປັດຕະຍະກໍາ”

ນ້ຳສີລາຍຫີນຊາຍທຳມະຊາດ

◎ ການຍຶດເກາະທີ່ໝັ້ນໜຽວ
◎ ທົນທານຕໍ່ທຸກສະພາບອາກາດ
◎ ມີຄວາມຢືດຢຸນ ແລະ ທົນທານຕໍ່ແຮງກະທົບທີ່ດີເລີດ

ແນະນຳຜະລິດຕະພັນ:
ຜະລິດຕະພັນນີ້ແມ່ນນ້ຳສີໜາທີ່ປະກອບດ້ວຍໂພລີໂມນຽມໂມເລກຸນສູງ ແລະ ຫີນຊາຍສີທຳມະຊາດທີ່ສາມາດຮຽນແບບໂຄງສ້າງຂອງລາຍຫີນ, ສານປະສົມ ແລະ ວັດສະດຸອື່ນໆ. ມີຮູບຮ່າງລັກສະນະເໝືອນຫີນທຳມະຊາດ, ມີຄວາມໜັກແໜ້ນ, ທັນສະໄໝ, ພ້ອມທັງມີຄວາມຕ້ານທານຕໍ່ສະພາບອາກາດ, ມີຄວາມຢືດຢຸ່ນ ແລະ ທົນທານຕໍ່ແຮງກະທົບທີ່ດີເລີດ.
ຂອບເຂດການນຳໃຊ້:
ເໝາະສຳລັບຝາຜະນັງອາຄານພາຍໃນ ແລະ ພາຍນອກຂອງຜະລິດຕະພັນແຮ່ທາດພື້ນຖານ, ພ້ອມທັງເປັນວັດສະດຸຕົບແຕ່ງພື້ນຜິວຝາຜະນັງພາຍນອກທີ່ລະບາຍຄວາມຮ້ອນທີ່ດີທີ່ສຸດ.

ວິທີການນຳໃຊ້:

  1. ເງື່ອນໄຂການນຳໃຊ້: ພື້ນຜີວຕ້ອງແໜ້ນໜາ, ແຂງແຮງ, ແຫ້ງ, ຮາບພຽງ, ສະອາດ, ບໍ່ມີຝຸ່ນລະອອງ ແລະ ຄາບນ້ຳມັນ;
  2. ການກວດກາຊັ້ນປູນໂປ້: ກ່ອນການລົງສີຮອງພື້ນຄວນກວດສອບອັດຕາຄວາມຊຸ່ມ ແລະ ຄ່າ pH ຂອງພື້ນຜິວໂປ້ສາກ່ອນ, ໃນນັ້ນອັດຕາຄວາມຊຸ່ມ ≤ 10% ແລະ pH ≤10 ;
  3. ເງື່ອນໄຂສະພາບແວດລ້ອມ: ອຸນນະພູມບໍ່ຄວນຕ່ຳກວ່າ 5℃, ຄວາມຊຸ່ມຊື່ນຄວນຈະຕໍ່າກວ່າ 85%;
  4. ການທາສີຮອງພື້ນຕ້ອງສະໝ່ໍາສະເໝີ ແລະ ປິດອັດພື້ນຜີວທັງໝົດ;
  5. ກ່ອນການນໍາໃຊ້ຕ້ອງຄົນເຂົ້າກັນໃຫ້ສະໝ່ໍາສະເໝີ, ກໍລະນີມີຄວາມຈໍາເປັນໃຫ້ ປະສົມນໍ້າສະອາດເພື່ອລະລາຍນ້ຳສີ, ປະລິມານນໍ້າທີ່ປະສົມຄວນຄວບຄຸມຢູ່ພາຍໃນ 5%;
  6. ພາຍໃຕ້ອຸນນະພູມປົກກະຕິ, ພື້ນຜິວຈະແຫ້ງພາຍໃນ 2ຊົ່ວໂມງ / 25℃ ແລະຈະແຂງຕົວພາຍໃນ 48ຊົ່ວໂມງ/25℃, ໄລຍະການທາສີຊ້ຳຄືນ ຢ່າງໜ້ອຍ 24ຊົ່ງໂມງ / 25℃;

ຂໍ້ຄວນລະວັງ:

  1. ເວລາພົ່ນສີດສີຕ້ອງຮັກສາຄວາມດັນຂອງລົມ, ວິທີການພົ່ນສີ ແລະ ຄວາມໜາຂອງສີໃຫ້ຄືກັນ, ເພື່ອປ້ອງກັນຂໍ້ບົກພ່ອງຕ່າງໆເຊັ່ນ: ການແຕກແຫງ, ການຊ່ອງຊອດ, ສີບໍ່ຄືກັນ, ເປັນຮອຍ ແລະ ອື່ນໆ;
  2. ການກໍ່ສ້າງຄວນຫລີກລ້ຽງສະພາບອາກາດລົມ, ຝົນ ແລະ ຫິມະ;
  3. ທຳຄວາມສະອາດເຄື່ອງມືຫຼັງຈາກໃຊ້ງານດ້ວຍນ້ຳສະອາດ.

ການເກັບຮັກສາຜະລິດຕະພັນ:
ຜະລິດຕະພັນນີ້ຄວນເກັບຮັກສາໄວ້ໃນບ່ອນທີ່ມີອາກາດເຢັນ,ແຫ້ງແລະມີລົມລ່ວງດີ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 18 ເດືອນ.
ມາດຕະຖານຂອງຜະລິດຕະພັນ:
JG / T 24-2018 “ນ້ຳສີເຄືອບສໍາລັບຝາຜະນັງລາຍຫີນຊາຍ”

ນ້ຳສີຮອງພື້ນສີດຳສຳລັບຝາຜະນັງພາຍນອກ

◎ ທົນຕໍ່ທາດດ່າງ
◎ ກັນນ້ຳ ແລະ ທົນຕໍ່ຄາບເປື້ອນ
◎ ເພີ່ມພະລັງການປົກປິດຂອງພື້ນຜີວ
◎ ເພີ່ມແຮງຍຶດເກາະ

ແນະນຳຜະລິດຕະພັນ:ຜະລິດຕະພັນນີ້ເປັນນ້ຳສີຮອງພື້ນຊະນິດພິເສດສຳລັບຝາຜະນັງພາຍນອກ, ຊຶ່ງມີຈຸດເດັ່ນໃນການປົກປິດ ແລະ ປ້ອງກັນທາດດ່າງ, ປ້ອງກັນນ້ຳ ແລະ ຄາບເປື໊ອນ ແລະ ຍັງສາມາດເພີ່ມການຍຶດເກາະຂອງຊັ້ນສີ, ບັນລຸປະສິດທິຜົນຂອງການປົກປິດ ແລະ ຕ້ານທານຕໍ່ທາດດ່າງ, ເຊິ່ງສາມາດປ້ອງກັນການຕົກຕະກອນຂອງຊັ້ນພື້ນຖານຢ່າງມີປະສິດຕິພາບ. ຂອບເຂດການນຳໃຊ້: ເຫມາະສົມກັບງານກໍ່ສ້າງຝາຜະນັງທີ່ຕ້ອງການເສັ້ນສີເຂັ້ມ.

ວິທີການນຳໃຊ້:

  1. ໄລຍະເວລາການແຫ້ງຂອງສີ:
    ·ໜ້າຂອງນ້ຳສີຈະແຫ້ງ ≤50ນາທີ (ປະມານ 25℃)
    ·ນ້ຳສີຈະແຫ້ງສົມບູນ ≥100ນາທີ (ປະມານ 25℃)
    ·ໄລຍະຫ່າງຂອງການເຄືອບສີຊັ້ນທີສອງບໍ່ໃຫ້ຕໍ່າກວ່າ 150 ນາທີ. (ເວລາຂອງການແຫ້ງແມ່ນຂຶ້ນກັບສະພາບແວດລ້ອມທຳມະຊາດເຊັ່ນ: ອຸນນະພູມ ແລະ ລະດັບຄວາມຊຸ່ມ)
  2. ປະລິມານການໃຊ້: ນຳໃຊ້ນໍ້າສີນ້ອຍກວ່າ 0.15 ກິໂລກຣາມ/ມ2 (ການທາຊໍ້າຫຼາຍຄັ້ງອາດຈະເຮັດໃຫ້ສິນເປືອງສີເພີ່ມຂື້ນ ແລະອັດຕາການສິ້ນເປືອງແມ່ນຂຶ້ນກັບລະດັບຄວາມຮາບພຽງຂອງພື້ນຜີວ)

ຂໍ້ຄວນລະວັງ:

  1. ຫຼັງຈາກເປີດກະປ໋ອງແລ້ວ, ໃຫ້ສັງເກດເບິ່ງວ່ານ້ຳສີມີຄວາມສະໝ່ຳສະເໝີ, ມີປ່ຽນແປງຫຼືບໍ່, ສະພາບຂອງສີມີຄວາມຜິດປົກກະຕິຫຼືບໍ່.
  2. ຄົນນໍ້າສີເບົາໆໃຫ້ເຂົ້າກັນສະໝໍ່າສະເໝີ, ປະລິມານການປະສົມນໍ້າບໍ່ຄວນເກີນ 5% (ການເຕີມນໍ້າຫລາຍເກີນໄປຈະສົ່ງຜົນກະທົບຕໍ່ຄຸນສົມບັດທຸກລາຍການຂອງຂອງນ້ຳສີ).
  3. ຊັ້ນພື້ນຜີວຕ້ອງຮາບພຽງ, ໃຊ້ລູກກິ້ງຈຸ່ມໃສ່ນ້ຳສີໃຫ້ປຽກແລ້ວທາໃສ່ຝາຜະນັງໃຫ້ສະໝ່ຳສະເໝີ
    (ສາມາດທາສີດ້ວຍການພົ່ນສີດ), ພາຍຫຼັງສີຮອງພື້ນແຫ້ງສົມບູນແລ້ວຈຶ່ງດຳເນີນການທາສີຊັ້ນກາງ.
    ການເກັບຮັກສາຜະລິດຕະພັນ:ຜະລິດຕະພັນນີ້ຄວນເກັບຮັກສາໄວ້ໃນບ່ອນທີ່ມີອາກາດເຢັນ, ແຫ້ງ ແລະມີລົມລ່ວງດີ,
    ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 18 ເດືອນ

ມາດຕະຖານຂອງຜະລິດຕະພັນ:
JG / T 210-2018 “ສີຮອງພື້ນສຳລັບຝາຜະນັງຂອງອາຄານພາຍໃນແລະພາຍນອກ”

ນ້ຳສີເຄືອບເງົາອະຄີລິກຊີລີໂຄນ

◎ ມີລະດັບຄວາມເງົາງາມທີ່ດີເລີດ
◎ ເຍື່ອສີມີຄວາມແຂງທີ່ດີເລີດ
◎ ປ້ອງກັນຄວາມຊຸ່ມຊື່ນ ແລະ ເປັນດ່າງ

ແນະນຳຜະລິດຕະພັນ:
ຜະລິດຕະພັນນີ້ໄດ້ຜະລິດຈາກສານສະກັດອະຄີລິກ ແລະ ສານເຕີມແຕ່ງທີ່ມີຄຸນນະພາບສູງ, ຊຶ່ງມີລະດັບຄວາມເງົາງາມ, ເຍື່ອສີແຂງ, ທົນຕໍ່ນໍ້າ, ກັນຊຶມ, ຕ້ານທານຄວາມຊຸ່ມ ແລະ ຕ້ານທານການເປັນດ່າງທີ່ດີເລີດ.

ຂອບເຂດການນຳໃຊ້:

  1. ສຳລັບຊັ້ນຖານຝາພະໜັງພາຍໃນ ແລະ ພາຍນອກ ແລະ ຝາປິດກັ້ນ, ເຄືອບເງົາ, ຕ້ານຄວາມເປັນດ່າງ ແລະປ້ອງກັນຄວາມຊຸ່ມ;
  2. ການເຄືອບເງົາພື້ນຜິວຂອງສີຫີນແທ້, ຮັກສາ ແລະ ແກ່ຍາວຄວາມທົນມານຕໍ່ສະພາບອາກາດ;
  3. ໃຊ້ແທນນ້ຳມັນໃສທີ່ເປັນອັນຕະລາຍ, ສາມາດເຮັດເປັນເຈັ້ຍຕິດຝາລະດັບສູງ, ຝາປິດກັ້ນ, ແລະປ້ອງກັນຄວາມຊຸ່ມ;
  4. ເຄືອບເງົາສິນຄ້າຫັດຖະກຳເພື່ອປ້ອງກັນການຕິດ, ຮັກສາພື້ນອາຄານ ຫຼື ຝາກະແພງຂອງໂຮງງານຜະລິດອາຫານ, ປ້ອງກັນຄວາມຊຸ່ມ.

ຂໍ້ຄວນລະວັງ:

  1. ໂດຍທົ່ວໄປແລ້ວ, ພາຍຫຼັງສຳເລັດການເຄືອບທາພື້ນຜີວຄັ້ງທຳອິດແລ້ວ ແລະແຫ້ງສົມບູນແລ້ວຈຶ່ງສາມາດທາຄັ້ງທີສອງ;
  2. ຫຼັງຈາກການກໍ່ສ້າງຄວນປະໃຫ້ແຫ້ງໂດຍທຳມະຊາດ ແລະ ປ້ອງກັນບໍ່ໃຫ້ຝົນຕົກໃສ່ ແລະ ເຊັດລ້າງພາຍໃນ 24 ຊົ່ວໂມງ;
  3. ຜະລິດຕະພັນນີ້ເປັນຂອງແຫຼວທີ່ເຂັ້ມຂຸ້ນ, ກະລຸນາປະສົມນ້ຳສະອາດຕາມອັດຕາສ່ວນທີ່ລະບຸໄວ້ໃນສະຫຼາກ, ສີທີ່ຜ່ານການລະລາຍແລ້ວຄວນໃຊ້ໃຫ້ໝົດໃນມື້ດຽວກັນ;
  4. ການຮັກສາພື້ນຜິວ: ກ່ອນການກໍ່ສ້າງ, ຄວນສັງເກດວ່າຊັ້ນຜີວຕ້ອງສະອາດ, ແຫ້ງ ແລະ ບໍ່ມີຄາບນ້ຳມັນ, ຄ່າ PH ຕໍ່າກວ່າ 10, ຄວາມ ອົມນ້ຳຂອງກຳແພງຕ້ອງຕໍ່າກວ່າ 10%. ໂຄງສ້າງຄວນຮາບພຽງ, ແຂງແຮງ ແລະ ບໍ່ມີຝຸ່ນ. ໃນກໍລະນີທີ່ເປັນຝາຜະນັງທີ່ເປັນສີເກົ່າ, ຕ້ອງທຳຄວາມສະອາດເປືອກສີເກົ່າທີ່ເປັນຝຸ່ນ ແລະ ເປືອກລອກ, ກຳຈັດເຊື້ອລາອອກຢ່າງລະອຽດ ແລະ ລ້າງດ້ວຍນໍ້າສະອາດ, ຫຼັງຈາກຜິວ ໜ້າແຫ້ງສົມແລ້ວຈຶ່ງສາມາດລົງສີໄດ້. ການເກັບຮັກສາຜະລິດຕະພັນ: ຜະລິດຕະພັນນີ້ຄວນເກັບຮັກສາໄວ້ໃນບ່ອນທີ່ມີອາກາດເຢັນ, ແຫ້ງ ແລະມີລົມລ່ວງດີ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 18 ເດືອນ

ມາດຕະຖານຂອງຜະລິດຕະພັນ:
HG / T 5065-2016 “ນ້ຳສີເຄືອບເງົາສຳລັບການກໍ່ສ້າງ”

ວິທີການນຳໃຊ້:

  1. ສາມາດທາດ້ວຍແປງທາສີ, ລູກກິ້ງ ແລະ ພົ່ນສີດດ້ວຍລົມ, ກ່ອນການກໍ່ສ້າງໃຫ້ປະສົມນໍ້າສະອາດໃນປະລິມານ
    8 ~ 10% ເພື່ອລະລາຍສີ, ພ້ອມທັງຄົນໃຫ້ສະໝ່ໍາສະເໝີ;
  2. ບໍ່ເໝາະສົມໃນການກໍ່ສ້າງພາຍໃຕ້ອຸນນະພູມໃນຫ້ອງຕໍ່າກວ່າ 5℃ ແລະ ຄວາມຊຸ່ມຊື່ນເກີນ 85%.
    ຜະລິດຕະພັນນີ້, ໂດຍທົ່ວໄປຈະທາ 2 ຄັ້ງ, ມີໄລຍະຫ່າງໃນການທາຊ້ຳແມ່ນ 2 – 4 ຊົ່ວໂມງ.