ປູນໂປ້ປັບລະດັບສຳລັບຝາຜະນັງພາຍນອກ

ແນະນຳຜະລິດຕະພັນ:
ຜະລິດຕະພັນນີ້ເປັນປູນໂປ້ສໍາລັບໂບກພື້ນຜະນັງຊະນິດໃໝ່ທີ່ມີສີຂາວອ່ອນຜະລິດຈາກຝຸ່ນຜົງທໍາມະຊາດທີ່ມີຄຸນນະພາບສູງ, ເພີ່ມສານປະສົມພິເສດ ແລະ ວັດສະດຸທີ່ທົນທານຕໍ່ນ້ຳ. ພາຍຫຼັງການໂບກໂປ້ຈະຍຶດເກາະກັບພື້ນຜີວຢ່າງແໜ້ນໜາ, ມີຄວາມທົນທານ ແລະ ແຂງແຮງ, ພ້ອມທັງທົນຕໍ່ນ້ຳ ແລະ ການເປັນດ່າງທີ່ດີເລີດ. ພຽງແຕ່ເປີດຖົງ ແລະ ປະສົມກັບນໍ້າແລ້ວຄົນໃຫ້ເຂົ້າກັນກໍ່ສາມາດນຳໄປໃຊ້ງານໄດ້ເລີຍ, ສະດວກໃນການກໍ່ສ້າງ.
ຂອບເຂດການໃຊ້ງານ:
ຜະລິດຕະພັນນີ້ເໝາະສຳລັບການປັບລະດັບພື້ນຜີວຂອງຝາຜະນັງດ້ານນອກ, ມີປະສິດທິພາບສູງໃນການປັບລະດັບ ແລະ ປະຢັດເວລາໃນການກໍ່ສ້າງ.


ວິທີການນຳໃຊ້:

  1. ກ່ອນການໃຊ້ງານ, ພື້ນຜີວຕ້ອງຮັບປະກັນຄວາມແຫ້ງ, ແຂງແຮງ, ບໍ່ມີຄາບນ້ຳມັນ ແລະ ວັດສະດຸອື່ນໆ.
  2. ອັດຕາສ່ວນໃນການປະສົມຂອງຜະລິດຕະພັນນີ້ແມ່ນ “ຜົງຫີນປູນ: ນ້ຳ = 1: 0.3 ~ 0.5”, ປະສົມເຂົ້າກັນເປັນສະໝ່ຳສະເໝີ, ຄວາມໜຽວນຂື້ນກັບຄວາມສະດວກໃນການກໍ່ສ້າງ;
  3. ໃຊ້ກຽງໂປ້ໃນການກໍ່ສ້າງ, ລະດັບຄວາມໜາໃນການກີດແຕ່ລະຄັ້ງແມ່ນ 5 ມມ, ເມື່ອລະດັບຄວາມໜາຊັ້ນພື້ນຜີວໃຫຍ່ກວ່າ 5 ມມ, ແນະນຳໃຫ້ກີດໂປ້ເປັນຫຼາຍຄັ້ງ;
  4. ໄລຍະຫ່າງລະຫວ່າງການກີດຊັ້ນປູນແຕ່ລະຊັ້ນ, ຕ້ອງລໍໃຫ້ຊັ້ນທີ່ກີດແລ້ວແຫ້ງເສຍກ່ອນຈຶ່ງສາມາດກີດຊັ້ນຕໍ່ໄປໄດ້.

◎ ທົນນ້ຳ ແລະ ດ່າງ
◎ ແຮງຍືດເກາະສູງ
◎ ປັບລະດັບຢ່າງມີປະສິດທິພາບສູງ, ປະຢັດເວລາໃນການກໍ່ສ້າງ

ຄວນລະວັງ:

  1. ຜະລິດຕະພັນນີ້ພຽງແຕ່ຕ້ອງການປະສົມກັບນໍ້າສະອາດເທົ່ານັ້ນ, ຫ້າມປະສົມກັບຜົງປູນ ແລະ ສານທາດແຫຼວອື່ນໆ;
  2. ອຸນນະພູມໃນການກໍ່ສ້າງຢູ່ລະຫວ່າງ 5 ~ 35℃, ຄວາມຊຸ່ມຊື້ນຂອງອາກາດແມ່ນ≤85%; ການກໍ່ສ້າງຝາຜະນັງພາຍນອກຄວນຫລີກລ້ຽງອາກາດລົມແຮງ ແລະການອຸນນະພູມສູງ;
  3. ເວລາຂອງການໃຊ້ງານທີ່ມີປະສິດຕິຜົນພາຍຫຼັງປະສົມແລ້ວແມ່ນພາຍໃນ 2
    ຊົ່ວໂມງ (ພາຍໃຕ້ອຸນນະພູມປົກກະຕິ 25℃);
  4. ຄວນນ້ຳໃຊ້ຜະລິດຕະພັນໃຫ້ໝົດຫລັງຈາກເປີດໃຊ້ແລ້ວ, ກໍລະນີໃຊ້ບໍ່ໝົດຄວນປິດໃຫ້ແໜ້ນ ແລະ ເກັບມ້ຽນໄວ້ ແລະນຳໃຊ້ໃຫ້ໄວເທົ່າທີ່ຈະໄວໄດ້, ເພື່ອຫລີກລ້ຽງຜົນກະທົບຈາກຄວາມຊຸ່ມ;
  5. ຜະລິດຕະພັນນີ້ບໍ່ສາມາດນຳໃຊ້ກັບວັດສະດຸປ້ອງກັນຄວາມຮ້ອນພາຍນອກໄດ້ໂດ
    ຍກົງ, ວັດສະດຸປ້ອງກັນຄວາມຮ້ອນຄວນເລືອກໃຊ້ຜະລິດຕະພັນສະເພາຕ່າງຫາກ;
  6. ກ່ອນທີ່ຈະທາສີ, ພື້ນຜີວຝາຜະນັງຕ້ອງແຂງ, ແຫ້ງ, ສະອາດ ແລະບໍ່ມີຂີ້ຝຸ່ນເກາະຕິດ. ເອົາໃຈໃສ່ເປັນພິເສດໃນການກຳຈັດບ່ອນເປັນຮູແລະເປືອກເທິງພື້ນຜີວ.
    ການເກັບຮັກສາຜະລິດຕະພັນ:
    ຜະລິດຕະພັນນີ້ຄວນເກັບຮັກສາໄວ້ໃນບ່ອນທີ່ມີອາກາດເຢັນ, ແຫ້ງ ແລະມີລົມລ່ວງດີ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 12 ເດືອນ ມາດຕະຖານການຂອງຜະລິດຕະພັນ:
    JG / T 157-2009 “ຜົງໂປ້ສໍາລັບການກໍ່ສ້າງຝາຜະນັງພາຍນອກ”

ປູນໂປ້ສຳລັບຝາຜະນັງພາຍນອກ

ການແນະນຳຜະລິດຕະພັນ:
ຜະລິດຕະພັນນີ້ເປັນປູນໂປ້ສໍາລັບໂບກພື້ນຜະນັງຊະນິດໃໝ່ທີ່ມີສີຂາວອ່ອນຜະລິດຈາກຝຸ່ນຜົງທໍາມະຊາດທີ່ມີຄຸນນະພາບສູງ, ເພີ່ມສານປະສົມພິເສດ ແລະ ວັດສະດຸທີ່ທົນທານຕໍ່ນ້ຳ. ພາຍຫຼັງການໂບກໂປ້ ຈະໄດ້ພື້ນຜີງທີ່ລະອຽດອ່ອນ ແລະ ລຽບນຽນ, ສາມາດຍຶດເກາະກັບພື້ນຜີວຢ່າງແໜ້ນໜາ, ມີຄວາມ ທົນທານ ແລະ ແຂງແຮງ, ພ້ອມທັງທົນຕໍ່ນ້ຳ ແລະ ການເປັນດ່າງທີ່ດີເລີດ. ພຽງແຕ່ເປີດຖົງ ແລະ ປະສົມກັບນໍ້າແລ້ວຄົນໃຫ້ເຂົ້າກັນກໍ່ສາມາດນຳໄປໃຊ້ງານໄດ້ເລີຍ, ສະດວກໃນການກໍ່ສ້າງ.
ຂອບເຂດການນຳໃຊ້:

ຜະລິດຕະພັນນີ້ເໝາະສຳລັບການຮັກສາພື້ນຜິວໃຫ້ກ້ຽງງາມຂອງຝາຜະນັງພາຍນອກ, ມີຄວາມລະ ອຽດອ່ອນສະໝ່ຳສະເໝີ, ສະດວກໃນການກໍ່ສ້າງ.


ວິທີການນຳໃຊ້:

  1. ກ່ອນການໃຊ້ງານ, ພື້ນຜີວຕ້ອງຮັບປະກັນຄວາມແຫ້ງ, ແຂງແຮງ, ບໍ່ມີຄາບນ້ຳມັນ ແລະ ວັດສະດຸອື່ນໆ.
  2. ອັດຕາສ່ວນໃນການປະສົມຂອງຜະລິດຕະພັນນີ້ແມ່ນ “ຜົງຫີນປູນ: ນ້ຳ = 1: 0.3 ~ 0.5”, ປະສົມເຂົ້າກັນເປັນສະໝ່ຳສະເໝີ, ຄວາມໜຽວນຂື້ນກັບຄວາມສະດວກໃນການກໍ່ສ້າງ;
  3. ການກີດປູນໂປ້ຕ້ອງແຍກກີດເປັນຫຼາຍຄັ້ງ,
    ລະດັບຄວາມໜາໃນການກີດແຕ່ລະຊັ້ນບໍ່ເກີນ 2 ມມ, ແນະນໍາໃຫ້ກີດຊັ້ນດ່ຽວປະມານ 1ມມ, ເ
    ຫດຜົນຫຼັກໃນການກີດເປັນຊັ້ນບາງໆຈະມີຜົນດີໃນການຍົກສູງຄວາມແຂງແກ່ນລະຫວ່າງຊັ້ນປູນ ແລະ ມີຄວາມລະອຽດອ່ອນ,
    ພ້ອມທັງຫຼຸດຜ່ອນຄວາມສ່ຽງໃນການແຕກແຫງ;
  4. ໃຊ້ກຽງໂປ້ໃນການກໍ່ສ້າງ, ໂດຍທົ່ວໄປຈະກີດສອງຫຼົບຂຶ້ນໄປ, ໄລຍະຫ່າງລະຫວ່າງການກີດຊັ້ນປູນແຕ່ລະຊັ້ນ, ຕ້ອງລໍໃຫ້ຊັ້ນທີ່ກີດແລ້ວແຫ້ງເສຍກ່ອນຈຶ່ງສາມາດກີດຊັ້ນຕໍ່ໄປໄດ້.
  5. ຫຼັງຈາກຊັ້ນປູນໂປ້ແຫ້ງສົມບູນແລ້ວຈຶ່ງສາມາດຂັດດ້ວຍກະດາດຊາຍ ແລະທາສີໃນຂັ້ນຕໍ່ໄປໄດ້.

◎ ລະອຽດອ່ອນ ແລະ ລຽບນຽນ
◎ ແຮງຍືດເກາະສູງ
◎ ຕື່ມນ້ໍາ ແລະ ຄົນໃຫ້ເຂົ້າກັນກໍ່ສາມາດໃຊ້ງານໄດ້ເລີຍ,
ສະດວກໃນການກໍ່ສ້າງ

ຂໍ້ຄວນລະວັງ:

  1. ຜະລິດຕະພັນນີ້ພຽງແຕ່ຕ້ອງການປະສົມກັບນໍ້າສະອາດເທົ່ານັ້ນ,ຫ້າມປະສົມກັບຜົງປູນ ແລະ ສານທາດແຫຼວອື່ນໆ;
  2. ອຸນນະພູມໃນການກໍ່ສ້າງຢູ່ລະຫວ່າງ 5 ~ 35℃, ຄວາມຊຸ່ມຊື້ນຂອງອາກາດແມ່ນ≤85%; ການກໍ່ສ້າງຝາຜະນັງພາຍນອກຄວນຫລີກລ້ຽງອາກາດລົມແຮງ ແລະ
    ອຸນນະພູມ ສູງ;
  3. ເວລາຂອງການໃຊ້ງານທີ່ມີປະສິດຕິຜົນພາຍຫຼັງປະສົມແລ້ວແມ່ນພາຍໃນ 2 ຊົ່ວໂມງ (ພາຍໃຕ້ອຸນນະພູມປົກກະຕິ 25℃), ຫ້າມນຳໃຊ້ປູນໂປ້ທີ່ແຂງໂຕແລ້ວມາປະສົມ ນ້ຳແລ້ວໃຊ້ຄືນ;
  4. ຄວນນ້ຳໃຊ້ຜະລິດຕະພັນໃຫ້ໝົດຫລັງຈາກເປີດໃຊ້ແລ້ວ, ກໍລະນີໃຊ້ບໍ່ໝົດຄວນປິດໃຫ້ ແໜ້ນ ແລະ ເກັບມ້ຽນໄວ້ ແລະນຳໃຊ້ໃຫ້ໄວເທົ່າທີ່ຈະໄວໄດ້, ເພື່ອຫລີກລ້ຽງຜົນກະທົບ ຈາກຄວາມຊຸ່ມ;
  5. ຄວນຂັດພື້ນຜີວດ້ວຍກະດາດຊາຍພາຍໃນ 1-2 ວັນ;
  6. ຜະລິດຕະພັນນີ້ບໍ່ສາມາດນຳໃຊ້ກັບວັດສະດຸປ້ອງກັນຄວາມຮ້ອນພາຍນອກໄດ້ໂດຍກົງ, ວັດສະດຸປ້ອງກັນຄວາມຮ້ອນຄວນເລືອກໃຊ້ຜະລິດຕະພັນສະເພາະຕ່າງຫາກ;
  7. ກ່ອນທີ່ຈະທາສີ, ພື້ນຜີວຝາຜະນັງຕ້ອງແຂງ, ແຫ້ງ, ສະອາດ ແລະບໍ່ມີຂີ້ຝຸ່ນເກາະຕິດ. ເອົາໃຈໃສ່ເປັນພິເສດໃນການກຳຈັດບ່ອນເປັນຮູແລະເປືອກເທິງພື້ນຜີວ.


ການເກັບຮັກສາຜະລິດຕະພັນ:

ຜະລິດຕະພັນນີ້ຄວນເກັບຮັກສາໄວ້ໃນບ່ອນທີ່ມີອາກາດເຢັນ, ແຫ້ງ ແລະມີລົມລ່ວງດີ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 12 ເດືອນ
ມາດຕະຖານການຂອງຜະລິດຕະພັນ:
JG / T 157-2009 “ຜົງໂປ້ສໍາລັບການກໍ່ສ້າງຝາຜະນັງພາຍນອກ”

ການເກັບຮັກສາຜະລິດຕະພັນ:
ຜະລິດຕະພັນນີ້ຄວນເກັບຮັກສາໄວ້ໃນບ່ອນທີ່ມີອາກາດເຢັນ, ແຫ້ງ ແລະ ມີລົມລ່ວງດີ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 12 ເດືອນ
ມາດຕະຖານການຂອງຜະລິດຕະພັນ:
JG / T 298-2010 “ຜົງໂປ້ສໍາລັບການ ກໍ່ສ້າງຝາຜະນັງພາຍໃນ”;


ປູນໂປ້ປັບລະດັບສຳລັບຝາຜະນັງພາຍໃນ

◎ ເປັນມິດກັບສິ່ງແວດລ້ອມ
◎ ມີຄວາມແຂງ, ທົນທານ ແລະ ແໜ້ນໜາທີ່ດີກວ່າ
◎ ພຽງແຕ່ຕື່ມນ້ໍາ ແລະ ຄົນໃຫ້ເຂົ້າກັນກໍ່ສາມາດໃຊ້ງານໄດ້ເລີຍ, ສະດວກໃນການກໍ່ສ້າງ
◎ ປັບລະດັບດ້ວຍປະສິດທິພາບສູງ, ປະຢັດເວລາໃນການກໍ່ສ້າງ

ແນະນຳຜະລິດຕະພັນ:
ຜະລິດຕະພັນນີ້ໄດ້ນຳໃຊ້ຫີນກາວເປັນວັດຖຸດິບ, ເຊິ່ງມີຄວາມແຂງສູງ ແລະ ເຮັດໃຫ້ຝາຜະນັງມີຄວາມທົນທານ ແລະ ແໜ້ນໜາກວ່າ. ເມື່ອປຽບທຽບກັບວັດສະດຸສຳລັບປັບລະດັບຝາພາຍໃນ ແລະ ເພດານແບບດັ້ງເດີມ, ຜະລິດຕະພັນນີ້ມີປະສິດຕິພາບທີ່ໝັ້ນຄົງກວ່າ, ມີປະສິດທິພາບສູງໃນການປັບລະດັບ, ເຮັດໃຫ້ໄລຍະເວລາການກໍ່ສ້າງສັ້ນລົງ.
ຂອບເຂດການນຳໃຊ້:
ຜະລິດຕະພັນນີ້ເປັນຜົງຫີນກາວທີ່ເໝາະສຳລັບປັບລະດັບຝາຜະນັງພາຍໃນ ແລະ ເພດານຂອງອາຄານ.

ວິທີການນຳໃຊ້:

  1. ປະລິມານການນຳໃຊ້: ອັດຕາສ່ວນທີ່ແນະນໍາຂອງຜະລິດຕະພັນນີ້ແມ່ນ “ຜົງປູນ: ນໍ້າ =1:0.3 ~ 0.5”, ປະສົມເປັນຝຸ່ນຫີນກາວທີ່ສະໝໍ່າສະເໝີ, ລະດັບຄວາມເຂັ້ມຂຸ້ນແມ່ນແມ່ນຂື້ນກັບຄວາມສະດວກໃນການກໍ່ສ້າງ; ຜະລິດຕະພັນປະສົມແລ້ວຕ້ອງໃຊ້ໃນເວລາ 1 ຊົ່ວໂມງ (ອຸນນະພູມ 20 ℃, ຄວາມຊຸ່ມຊື່ນ 65%), ປະສົມແລ້ວນຳໃຊ້ທັນທີ.
  2. ການກໍາຈັດພື້ນຖານ:
    ·ພື້ນຜິວຂອງຊັ້ນພືນຖານຕ້ອງແໜ້ນໜາ ແລະ ບໍ່ມີຝຸ່ນລະອອງ, ຄາບນໍ້າມັນ ແລະບໍ່ຊຶມນໍ້າ.
    ·ອັດຕາການອົມນ້ຳຂອງຊັ້ນພື້ນຖານແມ່ນຕໍ່າກວ່າ ≤20%.
    ·ໃຊ້ຜະລິດຕະພັນນີ້ໂປ້ອັດບໍລິເວນທີ່ຫຼຸບ ແລະ ເປັນຮູ.
    ·ພາຍຫຼັງກຳຈັດຊັ້ນພື້ນຖານທີ່ຫຼົມອອກໝົດແລ້ວ, ໃຫ້ໃຊ້ສານເສີມຕິດໃຫ້ແໜ້ນ.
  3. ການໃຊ້ງານ:
    ·ໃຊ້ຜະລິດຕະພັນນີ້ເພື່ອໂປ້ປັບລະດັບໜ້າພື້ນຜີວຝາຜະນັງທີ່ຫຼຸບໂນນຫຼາຍ;
    ·ຄວາມໜາຂອງການໂບກແຕ່ລະຄັ້ງແມ່ນ 3 ~ 10 ມມ, ກໍລະນີກໍ່ສ້າງດ້ານເທິງແນະນຳ ໃຫ້ແຍກກີດເປັນຫຼາຍຄັ້ງ; ໃຊ້ມືສຳຜັດກັບພື້ນຜີວແລະບໍ່ຕິດກັບມືແລ້ວ,ສາມາດນຳໃຊ້ວັດສະດຸຊະນິດດຽວກັນເພື່ອສືບຕໍ່ ໃນການກໍ່ສ້າງ

ຂໍ້ຄວນລະວັງ:

  1. ອຸນນະພູມແວດລ້ອມໃນການກໍ່ສ້າງຢູ່ລະຫວ່າງ 5 ~ 35 ℃, ຄວາມຊຸ່ມຊື້ນຂອງອາກາດ ≤85%;
  2. ການປ່ຽນແປງຂອງອຸນນະພູມ ແລະ ຄວາມຊຸ່ມຈະມີຜົນຕໍ່ໄລຍະເວລາໃນການໃຊ້ງານແລະ ຄວາມໄວໃນການແຫ້ງຕົວ;
  3. ໃນກໍລະນີທີ່ອຸນນະພູມສູງໃນລະດູຮ້ອນ, ກ່ອນທີ່ຈະປັບລະດັບຝາດິນຈີ່, ຝາຄອນກຣີດ ແລະ ເພດານ, ຄວນສີດນ້ຳປະມານ 1-2 ຄັ້ງ, ແລະສາມາດດຳເນີນການກໍ່ສ້າງໄດ້ພາຍຫຼັງຢັດນ້ຳ;
  4. ໃນກໍລະນີພົບກັບສະພາບອາກາດຝົນຕົກ ຫຼື ອຸນຫະພູມຕໍ່າຢ່າງຕໍ່ເນື່ອງ, ໃຫ້ຂະຫຍາຍເວລາ ໃນການບຳລຸງຮັກສາຂອງຊັ້ນປູນໂປ້ອອກໄປຕາມເໝາະສົມ, ເມື່ອຄວາມຊຸ່ມຕ່ຳກວ່າ 20% ຈຶ່ງສາມາດດຳເນີນການໂບກຊັ້ນຕໍ່ໄປໄດ້, ຫລີກລ້ຽງຊັ້ນພື້ນຖານອົມນ້ຳໃນປະລິມານສູງເກີນໄປຊຶ່ງຈະເຮັດໃຫ້ຊັ້ນປູນໂປ້ຜີວໜ້າເກີດຟອງອາກາດ ແລະ ສີເຄືອບໜ້າເປັນສີເຫຼືອງ;
  5. ໃນກໍລະນີທີ່ມີການກໍ່ສ້າງພາຍໃຕ້ດິນຟ້າອາກາດທີ່ມີລົມແຮງ, ແນະນຳໃຫ້ປິດປະຕູແລະ ປ່ອງຢ້ຽມ ເພື່ອຫລີກລ້ຽງກະແສລົມພັດແຮງ ແລະການສູນເສຍນ້ຳຢ່າງໄວວາຂອງຜີວໜ້າ, ຊຶ່ງຈະສົ່ງຜົນກະທົບຕໍ່ຄວາມແຂງແຮງຂອງຜີວໜ້າປູນໂປ້.

ປູນໂປ້ສຳລັບໜ້າຜະນັງພາຍໃນ

◎ ລະອຽດອ່ອນ ແລະ ລຽບນຽນ
◎ ຕື່ມນ້ໍາ ແລະ ຄົນໃຫ້ເຂົ້າກັນສາມາດໃຊ້ງານໄດ້ເລີຍ, ສະດວກໃນການກໍ່ສ້າງ
◎ ຂັດງ່າຍ, ປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ

ການແນະນຳຜະລິດຕະພັນ:
ຜະລິດຕະພັນນີ້ເປັນປູນໂປ້ສໍາລັບໂບກພື້ນຜະນັງພາຍໃນທີ່ຜະລິດຈາກຝຸ່ນຜົງທໍາມະຊາດທີ່ມີຄຸນນະພາບສູງ, ເພີ່ມສານປະສົມພິເສດ. ພາຍຫຼັງການໂບກໂປ້ຈະເຮັດໃຫ້ຝາຜະນັງແໜ້ນຫນາ ແລະ ບໍ່ເປັນຝຸ່ນ, ຕຸນນະພາບທີ່ລະອຽດອ່ອນ ແລະ ລຽບນຽນ, ພຽງແຕ່ເປີດຖົງ ແລະ ປະສົມກັບນໍ້າແລ້ວຄົນໃຫ້ເຂົ້າກັນກໍ່ສາມາດນຳໄປໃຊ້ງານໄດ້ເລີຍ, ສະດວກໃນການກໍ່ສ້າງ, ຂັດງ່າຍ ແລະ ເປັນມິດກັບສິ່ງແວດລ້ອມ.

ຂອບເຂດການນຳໃຊ້:
ຜະລິດຕະພັນນີ້ເໝາະສຳລັບການຊາບຕົກແຕ່ງພື້ນຜິວຝາຜະນັງພາຍໃນ ແລະ ເພດານໃນພື້ນທີ່ທີ່ບໍ່ມີຄວາມຊຸ່ມຊື່ນ, ພື້ນຜີວອະນົງຄະທາດຫຼາກຫຼາຍຊະນິດເຊັ່ນ: ພື້ນຜີວຂອງຄອນກຣີດ, ຄອນກຣີດມວນເບົາ, ຊິ້ນສ່ວນຜະລິດຕະພັນຄອນກຣີດ, ຝາດິນຈີ່, ຝາຫີນປູນ ແລະ ຝາຢິບຊໍາ.

ວິທີການນຳໃຊ້:

  1. ກ່ອນການໃຊ້ງານ, ພື້ນຜີວຕ້ອງຮັບປະກັນຄວາມແຫ້ງ, ແຂງແຮງ, ບໍ່ມີຄາບນ້ຳມັນແລະ ວັດສະດຸອື່ນໆ. ຖ້າເປັນຝາຜະນັງເດີມທີ່ເຄີຍຊາບຜົງເກົ່າ, ປູນຢິບຊຳ, ປູນເອັນກະດາດ ແລະ ອື່ນໆຕ້ອງກຳຈັດ ແລະ ທຳຄວາມສະອາດໃຫ້ໝົດຈົດ.
  2. ອັດຕາສ່ວນໃນການປະສົມຂອງຜະລິດຕະພັນນີ້ແມ່ນ “ຜົງຫີນປູນ: ນ້ຳ = 1: 0.3 ~ 0.5”, ປະສົມເຂົ້າກັນເປັນກາວສະໝ່ຳສະເໝີ, ຄວາມໜຽວນຂື້ນກັບຄວາມສະດວກໃນການກໍ່ສ້າງ;
  3. ການກີດປູນໂປ້ຕ້ອງແຍກກີດເປັນຫຼາຍຄັ້ງ, ລະດັບຄວາມໜາໃນການກີດແຕ່ລະຊັ້ນບໍ່ເກີນ 2 ມມ, ແນະນໍາໃຫ້ກີດຊັ້ນດ່ຽວປະມານ 1ມມ, ເຫດຜົນຫຼັກໃນການກີດເປັນຊັ້ນບາງໆຈະມີຜົນດີໃນການຍົກສູງຄວາມແຂງແກ່ນລະຫວ່າງຊັ້ນປູນ ແລະ ມີຄວາມລະອຽດອ່ອນ, ພ້ອມທັງຫຼຸດຜ່ອນຄວາມສ່ຽງໃນການແຕກແຫງ;
  4. ໃຊ້ກຽງໂປ້ໃນການກໍ່ສ້າງ, ໂດຍທົ່ວໄປຈະກີດສອງຫຼົບຂຶ້ນໄປ, ໄລຍະຫ່າງລະຫວ່າງການ ກີດຊັ້ນປູນແຕ່ລະຊັ້ນ, ຕ້ອງລໍໃຫ້ຊັ້ນທີ່ກີດແລ້ວແຫ້ງເສຍກ່ອນຈຶ່ງສາມາດກີດຊັ້ນຕໍ່ໄປໄດ້.
  5. ຫຼັງຈາກຊັ້ນປູນໂປ້ແຫ້ງສົມບູນແລ້ວຈຶ່ງສາມາດຂັດດ້ວຍກະດາດຊາຍ ແລະທາສີໃນຂັ້ນ ຕໍ່ໄປໄດ້.
  6. ປະລິມານການໃຊ້: 1 ~ 1.5kg / m2 / ຫຼົບ, ປະລິມານທີ່ແນະນຳອາດຈະແຕກຕ່າງກັນເນື່ອງຈາກລະດັບຄວາມໜາຂອງຊັ້ນພື້ນຖານທີ່ຕ່າງກັນ, ໃຫ້ອີງໃສ່ການກໍ່ສ້າງຕົວຈິງ.

ຂໍ້ຄວນລະວັງ:

  1. ອຸນນະພູມໃນການກໍ່ສ້າງຢູ່ລະຫວ່າງ 5 ~ 35 ℃, ຄວາມຊຸ່ມຊື້ນຂອງອາກາດແມ່ນ≤85%;
  2. ເວລາຂອງການໃຊ້ງານທີ່ມີປະສິດຕິຜົນພາຍຫຼັງປະສົມແລ້ວແມ່ນພາຍໃນ 4 ຊົ່ວໂມງ;
  3. ຫາມນຳໃຊ້ປູນໂປ້ທີ່ປະສົມ ແລະ ແຫ້ງແລ້ວມາປະສົມກັບນ້ຳ ແລະ ໃຊ້ຄືນເດັດຂາດ;
  4. ຄວນນ້ຳໃຊ້ຜະລິດຕະພັນໃຫ້ໝົດຫລັງຈາກເປີດໃຊ້ແລ້ວ, ກໍລະນີໃຊ້ບໍ່ໝົດຄວນປິດໃຫ້ແໜ້ນ ແລະ ເກັບມ້ຽນໄວ້ ແລະນຳໃຊ້ໃຫ້ໄວເທົ່າທີ່ຈະໄວໄດ້, ເພື່ອຫລີກລ້ຽງຜົນກະທົບຈາກຄວາມຊຸ່ມ;

ການເກັບຮັກສາຜະລິດຕະພັນ:
ຜະລິດຕະພັນນີ້ຄວນເກັບຮັກສາໄວ້ໃນບ່ອນທີ່ມີອາກາດເຢັນ, ແຫ້ງ ແລະ ມີລົມລ່ວງດີ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸ ການນຳໃຊ້ 12 ເດືອນ.
ມາດຕະຖານການຂອງຜະລິດຕະພັນ:
JG / T 298-2010 “ຜົງໂປ້ສໍາລັບການກ ໍ່ສ້າງຝາຜະນັງພາຍໃນ”