ຂໍ້ຄວນລະວັງ:

5. ຫ້າມບໍ່ໃຫ້ດຳເນີນການກໍ່ສ້າງໃນສະພາບອາກາດທີ່ຊຸ່ມຊື່ນ ຫຼື ອາກາດໜາວ(ອຸນະພູມຕ່ຳກວ່າ 5ອົງສາ ຫຼື ສູງກວ່າ 35 ອົງສາ, ຄວາມຊຸມຊື່ນສູງກວ່າ 85%) ບໍ່ດັ່ງນັ້ນຈະບໍ່ສາມາດບັນລຸຕາມປະສິດຕະພາບທີ່ຄາດໝາຍທີ່ວາງໄວ້.

6. ຂັ້ນຕອນການທາສີຕ້ອງປະຕິບັດຕາມໄລຍະຫ່າງຂອງເວລາຢ່າງເຂັ້ມງວດ, ເມື່ອຮອດກຳນົດເວລາທາຊ້ຳຄືນຈຶ່ງສາມາດດຳເນີນການທາສີຊ້ຳໃນຮອບຕໍ່ໄປ. ການທາສີຊ້ຳໄວເກີນຄວນຈະເຮັດໃຫ້ເນື້ອສີຊັ້ນວຸ່ມແຫ້ງຊ້າລົງ,ຈະພາໃຫ້ເກີດຮອຍແຕກລ້າວ, ເປັນຟອດ, ຊຶ່ງເຮັດໃຫ້ສີບໍ່ທົນນ້ຳ ແລະ ການຍຶດເກາະຕ່ຳ.

ນ້ຳສີລາເຕັກທົນຕໍ່ທຸກ
ສະພາບອາກາດ

◎ ຄວາມສາມາດໃນການຍຶດເກາະທີ່ດີເລີດ
◎ ທົນຕໍ່ສະພາບອາກາດກາງແຈ້ງທີ່ດີເລີດ
◎ ພະລັງປົກຄຸມທີ່ດີເລີດ
◎ ປ້ອງກັນເຊື້ອລາ ແລະ ໄຄນ້ຳ

ແນະນຳຜະລິດຕະພັນ
ສິນຄ້ານີ້ໄດ້ເລືອກໃຊ້ວັດຖຸດິບ ແລະ ສູດປະສົມທີ່ດີເລີດ, ຊຶ່ງມີຄຸນລັກສະນະທີ່ທົນທານຕໍ່ຄາບສົກກະປົກ ແລະ ທົນທານຕໍ່ສະພາບອາກາດກາງແຈ້ງ ແລະ ຮັກສາຜີວສີທີ່ດີເລີດ. ສິນຄ້າມີຫຼາຍສີໃຫ້ເລືອກ, ສາມາດໃຊ້ທາຕົກແຕ່ງສິ່ງປຸກສ້າງຕ່າງໆທາງດ້ານປະສິດທິພາບ ແລະ ຮູບແບບທີ່ແຕກຕ່າງກັນ, ຊຶ່ງມີຄຸນສົມບັດປ້ອງກັນ ແລະ ການຕົກແຕ່ງ, ເຮັດໃຫ້ສິ່ງປຸກສ້າງສວຍງາມທັງສີ່ລະດູ, ສີງາມເໝືອນໃໝ່ຢູ່ຕະຫຼອດ.
ຂອບເຂດການນຳໃຊ້
ເໝາະສົມສຳລັບການທາສີຕົກແຕ່ງ ແລະ ຮັກສາພື້ນຜີວຝາຜະນັງຄອນກີດສຳລັບອາຄານໃໝ່ ແລະ ໂຄງການສ້ອມແປງໃຫຍ່ຕ່າງໆເຊັ່ນ: ເຮືອນພັກອາໄສ, ໂຮງແຮມ, ຫ້ອງການ ແລະ ອື່ນໆ.


ວິທີການນຳໃຊ້:

  1. ສາມາດທາສີດ້ວຍການໃຊ້ລູກກິ້ງ, ແປງທາສີ ແລະ ສີດດ້ວຍລົມ.
  2. ປະລິມານການນຳໃຊ້ນ້ຳສີ: ເນື້ອທີ່ 8-10 ມ2/ລິດ/ເປືອກດຽວ (ຄວາມໜາຂອງເນື້ອສີ 30 ໄມຄອນ), ເນື່ອງຈາກລະດັບຄວາມຫຍາບຂອງພື້ນຜີວຕົວຈິງ ແລະ ອັດຕາສ່ວນຂອງການປະສົມນ້ຳທີ່ແຕກຕ່າງກັນ ປະລິມານການໃຊ້ນ້ຳສີອາດຈະແຕກຕ່າງກັນ.
  3. ການລະລາຍນ້ຳສີ:
    · ກ່ອນການນຳໃຊ້ນ້ຳສີທຸກຄັ້້ງຕ້ອງຄົນໃຫ້ສະໝ່ຳສະເໝີສາກ່ອນ.
    · ເພື່ອເຮັດໃຫ້ປະສິດທິພາບສູງສຸດຂອງການທາສີ, ເວລາໃຊ້ລູກກິ້ງ ແລະ ແປງທາສີຄວນປະສົມນ້ຳສະອາດໃນປະລິມານສູງສຸດ 10%, ໂດຍອີງຕາມຄວາມຍາກງ່າຍຂອງໜ້າວຽກຕົວຈິງ.
    ·ຖ້າສີດດ້ວຍລົມຄວນປະສົມນ້ຳສະອາດໃນປະລິມານສູງສຸດ 5%, ໂດຍອີງຕາມຄວາມຍາກງ່າຍຂອງໜ້າວຽກຕົວຈິງ.
    ·ໃນການນຳໃຊ້ນ້ຳສີສຳທີ່ເປັນສີມືດ ຫຼື ສີແຈ້ງບໍ່ຈຳເປັນຕ້ອງປະສົມນ້ຳກໍ່ໄດ້, ກໍລະນີຈຳເປັນໃຫ້ເພີ່ມຈຳນວນເທື່ອຂອງການທາຊ້ຳຕື່ມອີກ.
  4. ໄລຍະເວລາໃນການທາສີຊ້ຳຄືນ (ໃນສະພາບຄວາມແຫ້ງຂອງເນື້ອສີ 30 ໄມຄອນ ພາຍໃຕ້ອຸນະພູມ 25-30 ອົງສາ):
    ·ຜີວຂອງສີຈະແຫ້ງພາຍໃນ 30 ນາທີ
    ·ແຂງໂຕພາຍໃນ 60 ນາທີ,
    ·ໄລຍະການທາສີຊ້ຳຄືນພາຍຫຼັງ 02 ຊົ່ວໂມງຂຶ້ນໄປ(ການແຫ້ງຂອງສີຈະມີການປ່ຽນແປງໂດຍອີງຕາມສະພາບອາກາດ ແລະ ຄວາມຊຸ່ມຂອງສະພາບແວດລ້ອມ)

ການເກັບຮັກສາ:
ຄວນເກັບຮັກສາໄວ້ບ່ອນທີ່ອາກາດເຢັນ ແລະ ແຫ້ງ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 18 ເດືອນ.
ມາດຕະຖານຂອງຜະລິດຕະພັນ: GB/T9755-2014 “ນ້ຳສີລາເຕັກປະສົມສຳລັບທາພາຍນອກ”.

ນ້ຳສີຮອງພື້ນທົ່ວ
ໄປສຳລັບພາຍນອກ

◎ ມີຄວາມຕ້ານທານຕໍ່ການຊຶມແລະການຜຸເປື່ອຍທີ່ດີເລີດ
◎ ການຍຶດເກາະ ແລະ ປິດອັດທີ່ດີເລີດ
◎ ທົນດ່າງຕ້ານເຊື້ອລາ
◎ ມີຄວາມກົມກືນທີ່ດີເລີດ
◎ ປອດໄພ, ເປັນມິດກັບສິ່ງແວດລ້ອມ ແລະ ສະດວກໃນການກໍ່ສ້າງ

ແນະນຳຜະລິດຕະພັນ
ສິນຄ້ານີ້ມີຄຸນສົມບັດໃນການອັດປິດ ແລະ ທົນທານຕໍ່ທາດດ່າງທີ່ດີເລີດ, ສາມາດປ້ອງກັນເນື່ອສີຈາກຜົນກະທົບທາງສານເຄມີຂອງຝາຜະນັງຢ່າງມີປະສິດທິພາບ. ມີຄວາມສາມາດຕ້ານທານຕໍ່ການຊຶມ ແລະ ການຜຸເປື່ອຍ, ເຮັດໃຫ້ການທາສີງ່າຍຂຶ້ນ ແລະ ຊ່ວຍເພີ່ມລະດັບຄວາມສົມບຸນມີຂອງສີໃຫ້ສູງຂຶ້ນ.


ຂອບເຂດການນຳໃຊ້:

  1. ເປັນສີຮອງພື້ນທີ່ອອກແບບສະເພາະທາຜີວຄອນກຣີດ ແລະຝ່າພະນັງສຳລັບພາຍນອກ;
  2. ນຳໃຊ້ສຳລັບຝາຜະນັງເກົ່າທີ່ມີການດູດຊຶມສູງ,ປະຢັດສີເຄືອບພື້ນຜິວ ແລະເພີ່ມປະສິດທິພາບການຍຶດເກາະຂອງຊັ້ນນ້ຳສີ;
  3. ນຳໃຊ້ທາພື້ນຜິວຝາດິນຈີ່ທີ່ຍັງບໍ່ທັນໂບກ, ຝາຫີນຜາ,ແຜ່ນຢິບຊຳ, ກະເບື່ອງມຸງຫຼັງຄາ ແລະ ອື່ນໆ.

ວິທີການນຳໃຊ້:

  1. ສາມາດທາສີດ້ວຍການໃຊ້ລູກກິ້ງ, ແປງທາສີ ແລະສີດດ້ວຍລົມ;
  2. ປະລິມານການນຳໃຊ້: ເນື້ອທີ່ 10-12 ມ2/ລິດ/ເປືອກດຽວ(ຄວາມໜາຂອງເນື້ອສີ 30 ໄມຄອນ), ເນື່ອງຈາກລະດັບຄວາມຫຍາບຂອງພື້ນຜີວຕົວຈິງ ແລະອັດຕາສ່ວນຂອງການປະສົມນ້ຳທີ່ແຕກຕ່າງກັນປະລິມານການໃຊ້ນ້ຳສີອາດຈະແຕກຕ່າງກັນ.
  3. ການລະລາຍນ້ຳສີ:
    ·ກ່ອນການນຳໃຊ້ນ້ຳສີທຸກຄັ້້ງຕ້ອງຄົນໃຫ້ສະໝ່ຳສະເໝີສາກ່ອນ.
    ·ເພື່ອເຮັດໃຫ້ປະສິດທິພາບສູງສຸດຂອງການທາສີ, ເວລາໃຊ້ລູກກິ້ງ ແລະ ແປງທາສີຄວນປະສົມນ້ຳສະອາດໃນປະລິມານສູງສຸດ 10%, ໂດຍອີງຕາມຄວາມຍາກງ່າຍຂອງໜ້າວຽກຕົວຈິງ. ຖ້າສີດດ້ວຍລົມຄວນປະສົມນ້ຳສະອາດໃນປະລິມານສູງສຸດ 5%, ໂດຍອີງຕາມຄວາມຍາກງ່າຍຂອງໜ້າວຽກຕົວຈິງ. ·ໃນການນຳໃຊ້ນ້ຳສີສຳທີ່ເປັນສີມືດ ຫຼື ສີແຈ້ງບໍ່ຈຳເປັນຕ້ອງປະສົມນ້ຳກໍ່ໄດ້,ກໍລະນີຈຳເປັນໃຫ້ເພີ່ມຈຳນວນເທື່ອຂອງການທາຊ້ຳຕື່ມອີກ.
  4. ໄລຍະເວລາໃນການທາສີຊ້ຳຄືນ (ໃນສະພາບຄວາມແຫ້ງຂອງເນື້ອສີ 30 ໄມຄອນ ພາຍໃຕ້ອຸນະພູມ 25-30 ອົງສາ): – ຜີວຂອງສີຈະແຫ້ງພາຍໃນ 30 ນາທີ – ແຂງໂຕພາຍໃນ 60 ນາທີ, – ໄລຍະການທາສີຊ້ຳຄືນພາຍຫຼັງ 02 ຊົ່ວໂມງຂຶ້ນໄປ (ສະພາບອາກາດທີ່ມີອຸນະພູມສູງຫຼືຕ່ຳເກີນໄປ, ຄວນແກ່ຍາວເວລາໃນການທາຊ້ຳ), ແຕ່ການທາຊ້ຳຊ້າສຸດບໍ່ໃຫ້ເກີນ 7 ວັນ, ຄວນຂັດຜີວໜ້າຂອງສີຮອງພື້ນເພື່ອຮັບປະກັນການຍຶດເກາະ.


ຂໍ້ຄວນລະວັງ:
ຫ້າມບໍ່ໃຫ້ດຳເນີນການກໍ່ສ້າງໃນສະພາບອາກາດທີ່ຊຸ່ມຊື່ນ ຫຼື ອາກາດໜາວ (ອຸນະພູມຕ່ຳກວ່າ 5ອົງສາ ຫຼື ສູງກວ່າ 35 ອົງສາ, ຄວາມຊຸມຊື່ນສູງກວ່າ 85%) ບໍ່ດັ່ງນັ້ນຈະບໍ່ສາມາດບັນລຸຕາມປະສິດຕະພາບທີ່ຄາດໝາຍທີ່ວາງໄວ້.
ການເກັບຮັກສາ:
ຄວນເກັບຮັກສາໄວ້ບ່ອນທີ່ອາກາດເຢັນ ແລະ ແຫ້ງ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 24 ເດືອນ.
ມາດຕະຖານຂອງຜະລິດຕະພັນ: GB/T 210-2018 “ນ້ຳສີລາເຕັກປະສົມສຳລັບທາພາຍໃນ”.

ນ້ຳສີສຳລັບພາຍນອກ

◎ ທົນທານຕໍ່ທຸກສະພາບອາກາດ
◎ ທົນທານຕໍ່ຄາບສົກກະປົກທີ່ດີເລີດ
◎ ພະລັງປົກຄຸມທີ່ດີເລີດ
◎ ປ້ອງກັນລັງສີຢູວີ

ແນະນຳຜະລິດຕະພັນ
ສິນຄ້ານີ້ໄດ້ພັດທະນາເປັນນ້ຳສີສະເພາະໂດຍອີງຕາມຈຸດພິເສດສະພາບແວດລ້ອມຂອງຝາຜະນັງພາຍນອກຂອງອາຄານທີ່ພັກອາໄສ,ຊຶ່ງມີສັບພະຄຸນທົນທານຕໍ່ທຸກສະພາບອາກາດ, ທົນທານຕໍ່ຄາບສົກກະປົກ, ສາມາດເຊັດລ້າງໄດ້, ປ້ອງກັນນ້ຳ ແລະ ລະບາຍອາກາດ, ເຮັດໃຫ້ຝາຜະນັງພາຍນອກທີ່ຢູ່ໃນສະພາບແວດລ້ອມຕ່າງໆເຊັນ: ລົມພັດ, ແສງແດດ, ຝົນຕົກຮຳ ແລະ ຄາບເປື້ອນ ຈະມີສີງາມເໝືອນໃໝ່ຢູ່ຕະຫຼອດ.
ຂອບເຂດການນຳໃຊ້
ໝາະສົມສຳລັບອາຄານໃໝ່ ແລະ ໂຄງການສ້ອມແປງຂະໜາດໃຫຍ່ຕ່າງໆເຊັ່ນ: ເຮືອນພັກອາໄສ, ໂຮງແຮມ, ຫ້ອງການ, ໂຮງຮຽນ ແລະ ອື່ນໆ, ສາມາດນຳໃຊ້ເຂົ້າໃນການຕົກແຕ່ງ ແລະ ຮັກສາພື້ນຜີວຝາຜະນັງຄອນກີດສຳລັບພາຍນອກຂອງສິ່ງປຸກສ້າງ.
ວິທີການນຳໃຊ້:

  1. ສາມາດທາສີດ້ວຍການໃຊ້ລູກກິ້ງ, ແປງທາສີ ແລະ ສີດດ້ວຍລົມ;
  2. ປະລິມານການນຳໃຊ້: ເນື້ອທີ່ 10-12 ມ2/ລິດ/ເປືອກດຽວ
    (ຄວາມໜາຂອງເນື້ອສີ 30 ໄມຄອນ),
    ເນື່ອງຈາກລະດັບຄວາມຫຍາບຂອງພື້ນຜີວຕົວຈິງ ແລະ
    ອັດຕາສ່ວນຂອງການປະສົມນ້ຳທີ່ແຕກຕ່າງກັນ
    ປະລິມານການໃຊ້ນ້ຳສີອາດຈະແຕກຕ່າງກັນ.
  3. ການລະລາຍນ້ຳສີ:
    ·ກ່ອນການນຳໃຊ້ນ້ຳສີທຸກຄັ້້ງຕ້ອງຄົນໃຫ້ສະໝ່ຳສະເໝີສາກ່ອນ.
    ·ເພື່ອເຮັດໃຫ້ປະສິດທິພາບສູງສຸດຂອງການທາສີ,
    ເວລາໃຊ້ລູກກິ້ງ ແລະ ແປງທາສີ

ຄວນປະສົມນ້ຳສະອາດໃນປະລິມານສູງສຸດ 10%,
ໂດຍອີງຕາມຄວາມຍາກງ່າຍຂອງໜ້າວຽກຕົວຈິງ.
·ຖ້າສີດດ້ວຍລົມຄວນປະສົມນ້ຳສະອາດໃນປະລິມານສູງສຸດ 5%,
ໂດຍອີງຕາມຄວາມຍາກງ່າຍຂອງໜ້າວຽກຕົວຈິງ.
·ໃນການນຳໃຊ້ນ້ຳສີສຳທີ່ເປັນສີມືດ ຫຼື ສີແຈ້ງບໍ່ຈຳເປັນຕ້ອງປະສົມນ້ຳກໍ່ໄດ້,
ກໍລະນີຈຳເປັນໃຫ້ເພີ່ມຈຳນວນເທື່ອຂອງການທາຊ້ຳຕື່ມອີກ.

  1. ໄລຍະເວລາໃນການທາສີຊ້ຳຄືນ: (ໃນສະພາບຄວາມແຫ້ງຂອງເນື້ອສີ 30
    ໄມຄອນ ພາຍໃຕ້ອຸນະພູມ 25-30 ອົງສາ):
    ·ຜີວຂອງສີຈະແຫ້ງພາຍໃນ 30 ນາທີ
    ·ແຂງໂຕພາຍໃນ 60 ນາທີ,
    ·ໄລຍະການທາສີຊ້ຳຄືນພາຍຫຼັງ 02 ຊົ່ວໂມງຂຶ້ນໄປ
    (ນ້ຳສີຈະແຫ້ງຊ້າຫຼືໄວແມ່ນອີງໃສ່ສະພາບແວດລ້ອມດ້ານອຸນະພູມ
    ແລະຄວາມຊຸ່ມຊື່ນທີ່ແຕກຕ່າງກັນ),
    ຂໍ້ຄວນລະວັງ:
    ຫ້າມບໍ່ໃຫ້ດຳເນີນການກໍ່ສ້າງໃນສະພາບອາກາດທີ່ຊຸ່ມຊື່ນ ຫຼື ອາກາດໜາວ (ອຸນະພູມຕ່ຳກວ່າ 5ອົງສາ ຫຼື ສູງກວ່າ 35 ອົງສາ, ຄວາມຊຸມຊື່ນສູງກວ່າ 85%) ບໍ່ດັ່ງນັ້ນຈະບໍ່ສາມາດບັນລຸຕາມປະສິດຕະພາບທີ່ຄາດໝາຍທີ່ວາງໄວ້.
    ການເກັບຮັກສາ:
    ຄວນເກັບຮັກສາໄວ້ບ່ອນທີ່ອາກາດເຢັນ ແລະ ແຫ້ງ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 18 ເດືອນ.
    ມາດຕະຖານຂອງຜະລິດຕະພັນ: GB/T 9755-2014 “ນ້ຳສີລາເຕັກປະສົມສຳລັບທາພາຍນອກ”.

ນ້ຳສີຮອງພື້ນສຳລັບພາຍໃນ

◎ ປ້ອງກັນເຍື່ອສີບໍ່ເປັນດ່າງ ແລະ ປ່ຽນສີ
◎ ການອັດປິດທີ່ດີເລີດ
◎ ປ້ອງກັນເຊື້ອລາ ແລະ ຕ້ານການອອກໄຄ
◎ ການຍຶດເກາະທີ່ດີເລີດ

ຂໍ້ຄວນລະວັງ:

  1. ຫ້າມບໍ່ໃຫ້ດຳເນີນການກໍ່ສ້າງໃນສະພາບອາກາດທີ່ຊຸ່ມຊື່ນ ຫຼື ອາກາດໜາວ (ອຸນະພູມຕ່ຳກວ່າ 5ອົງສາ ຫຼື
    ສູງກວ່າ 35 ອົງສາ, ຄວາມຊຸມຊື່ນສູງກວ່າ 85%) ບໍ່ດັ່ງນັ້ນຈະບໍ່ສາມາດບັນລຸຕາມປະສິດຕະພາບທີ່ຄາດໝາຍທີ່ວາງໄວ້.
  2. ກະລຸນານຳໃຊ້ໃນສະຖານທີ່ປອດໂປ່ງ, ກໍລະນີນຳໃຊ້ໃນສະພາບແວດລ້ອມທີ່ແອອັດ, ຕ້ອງຕິດຕັ້ງພັດລະບາຍອາກາດ, ພ້ອມທັງສວມໃສ່ເຄື່ອງປ້ອງກັນຕາມຄວາມເໝາະສົມ.

ການເກັບຮັກສາ:
ຄວນເກັບຮັກສາໄວ້ບ່ອນທີ່ອາກາດເຢັນ ແລະ ແຫ້ງ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 24 ເດືອນ.
ມາດຕະຖານຂອງຜະລິດຕະພັນ: GB/T 210-2018 “ນ້ຳສີຮອງພື້ນສຳລັບພາຍໃນ ແລະ ພາຍນອກ”.

ນ້ຳສີພາຍໃນສຳລັບວິສະວະກຳ

◎ ປ້ອງກັນດ່າງຕ້ານການອອກໄຄ
◎ ການຍຶດເກາະທີ່ດີເລີດ
◎ ພະລັງປົກຄຸມທີ່ດີເລີດ
◎ ສະດວກໃນການກໍ່ສ້າງ

ແນະນຳຜະລິດຕະພັນ
ເປັນນ້ຳສີຄຸນນະພາບສຳລັບຕົກແຕ່ງພາຍໃນ, ນອກຈາກມີຄຸນສົມບັດໃນການປົກປ້ອງ ແລະ ຄວາມສວຍງາມໃຫ້ແກ່ຜີວພະນັງແລ້ວ, ຍັງມີຄວາມສາມາດໃນການຍຶດເກາະ ແລະ ປ້ອງກັນເຊື້ອລານຳອີກດ້ວຍ, ເຮັດໃຫ້ຜູ້ກໍ່ສ້າງສະດວກສະບາຍໃນການກໍ່ສ້າງ, ຊຶ່ງເປັນນ້ຳສີທີ່ດີທີ່ສຸດສຳລັບການຕົກແຕ່ງພາຍໃນ ແລະ ວຽກເພດານ.
ຂອບເຂດການນຳໃຊ້
ເໝາະສົມສຳລັບການທາສີຕົກແຕ່ງ ແລະ ຮັກສາພື້ນຜີວຝາຜະນັງຄອນກີດສຳລັບອາຄານໃໝ່ ແລະ ໂຄງການສ້ອມແປງໃຫຍ່ຕ່າງໆເຊັ່ນ: ເຮືອນພັກອາໄສ, ໂຮງແຮມ, ຫ້ອງການ ແລະ ອື່ນໆ.

ວິທີການນຳໃຊ້:

  1. ສາມາດທາສີດ້ວຍການໃຊ້ລູກກິ້ງ, ແປງທາສີ
  2. ປະລິມານການນຳໃຊ້ນ້ຳສີ: ເນື້ອທີ່ 12-13 ມ2/ລິດ/ເປືອກດຽວ (ຄວາມໜາຂອງເນື້ອສີ 30 ໄມຄອນ), ເນື່ອງຈາກລະດັບຄວາມຫຍາບຂອງພື້ນຜີວຕົວຈິງ ແລະ ອັດຕາສ່ວນຂອງການປະສົມນ້ຳທີ່ແຕກຕ່າງກັນປະລິມານການໃຊ້ນ້ຳສີອາດຈະແຕກຕ່າງກັນ.
  3. ການລະລາຍນ້ຳສີ:
    ·ກ່ອນການນຳໃຊ້ນ້ຳສີທຸກຄັ້້ງຕ້ອງຄົນໃຫ້ສະໝ່ຳສະເໝີສາກ່ອນ.
    ·ເພື່ອເຮັດໃຫ້ປະສິດທິພາບສູງສຸດຂອງການທາສີ, ເວລາໃຊ້ລູກກິ້ງ ແລະ ແປງທາສີ ຄວນປະສົມນ້ຳສະອາດໃນປະລິມານ 10%, , ສູງສຸດບໍ່ໃຫ້ເກີນ 30%, ແລ້ວຄົນໃຫ້ສະໝ່ຳສະເໝີ (ສາມາດເພີ່ມຫຼືຫຼຸດປະລິມານນ້ຳໂດຍອີງໃສ່ຄວາມລື່ນໄຫຼໃນເວລາເຮັດວຽກຕົວຈິງ).
  4. ໄລຍະເວລາໃນການທາສີຊ້ຳຄືນ (ໃນສະພາບຄວາມແຫ້ງຂອງເນື້ອສີ 30 ໄມຄອນ ພາຍໃຕ້ອຸນະພູມ 25-30 ອົງສາ):
    ·ຜີວຂອງສີຈະແຫ້ງພາຍໃນ 30 ນາທີ
    ·ແຂງໂຕພາຍໃນ 2 ຊົ່ວໂມງ,
    ·ໄລຍະການທາສີຊ້ຳຄືນພາຍຫຼັງ 02-03 ຊົ່ວໂມງ.

ຂໍ້ຄວນລະວັງ:

  1. ຫ້າມບໍ່ໃຫ້ດຳເນີນການກໍ່ສ້າງໃນສະພາບອາກາດທີ່ຊຸ່ມຊື່ນ ຫຼື ອາກາດໜາວຈັດ (ອຸນະພູມຕ່ຳກວ່າ 5 ອົງສາ ຫຼື ສູງກວ່າ 35 ອົງສາ, ຄວາມຊຸມຊື່ນສູງກວ່າ 85%) ບໍ່ດັ່ງນັ້ນຈະບໍ່ສາມາດບັນລຸຕາມປະສິດຕະພາບທີ່ຄາດໝາຍທີ່ວາງໄວ້.
  2. ກະລຸນານຳໃຊ້ໃນສະຖານທີ່ປອດໂປ່ງ, ກໍລະນີນຳໃຊ້ໃນສະພາບແວດລ້ອມທີ່ແອອັດ, ຕ້ອງຕິດຕັ້ງພັດລະບາຍອາກາດ, ພ້ອມທັງສວມໃສ່ເຄື່ອງປ້ອງກັນຕາມຄວາມເໝາະສົມ.

ການເກັບຮັກສາ:
ຄວນເກັບຮັກສາໄວ້ບ່ອນທີ່ອາກາດເຢັນ ແລະ ແຫ້ງ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 18 ເດືອນ.
ມາດຕະຖານຂອງຜະລິດຕະພັນ: GB/T 9756-2018 “ນ້ຳສີລາເຕັກປະສົມສຳລັບທາພາຍໃນ”.

ນ້ຳສີລາເຕັກໄຮ້ກິ່ນເຕັມປະສິດທິພາບ

◎ ສາມາດເຊັດລ້າງໄດ້ງ່າຍ
◎ ໄຮ້ກິ່ນ ແລະ ເປັນມິດກັບສິ່ງແວດລ້ອມ
◎ ປ້ອງກັນນ້ຳ ແລະ ອາກາດໄດ້ດີເລີດ
◎ ພະລັງປົກຄຸມທີ່ດີເລີດ
◎ ສີສວຍງາມສົດໃສ ແລະ ຍາວນານ

ແນະນຳຜະລິດຕະພັນ
ນ້ຳສີລາເຕັກໄຮ້ກິ່ນເຕັມຮູບແບບນີ້ເປັນນ້ຳສີທີ່ຜະລິດຈາກວັດຖຸດິບຄຸນນະພາບສູງ ແລະ ເຕັກໂນໂລຊີອັບເກຣດຮຸ້ນໃໝ່ໂດຍນຳໃຊ້ເຕັກນິກແບບໄຮ້ກິ່ນ. ຜະລິດຕະພັນນີ້ມີຄວາມທົນທານຕໍ່ການເຊັດລ້າງ, ສະດວກສະບາຍໃນການໃຊ້ງານ, ມີີຄວາມສາມາດໃນການປົກຄຸມສູງ, ໄດ້ເນື້ອທີ່ໃນຂອງການທາສີທີ່ກວ້າງກວ່າ, ທົນທານຕໍ່ທາດດ່າງ, ນຳໃຊ້ສູດຟອກຂາວ, ເຍື່ອຍສີມີຄວາມຂາວສູງ, ເຮັດໃຫ້ຫ້ອງຫໍພາຍໃນມີຄວາມສະຫວ່າງແຈ້ງທີ່ດິກວ່າ.
ຂອບເຂດການນຳໃຊ້
ເໝາະສົມສຳລັບການທາສີຕົກແຕ່ງ ແລະ ຮັກສາພື້ນຜີວຝາຜະນັງສຳລັບເຮືອນພັກອາໄສ, ໂຮງແຮມ, ໂຮງໝໍ, ຮ້ານຄ້າ ແລະ ອື່ນໆ.

ວິທີການນຳໃຊ້:

  1. ສາມາດທາສີດ້ວຍການໃຊ້ລູກກິ້ງ, ແປງທາສີ ແລະ ສີດດ້ວຍລົມ.
  2. ປະລິມານການນຳໃຊ້ນ້ຳສີ: ເນື້ອທີ່ 14-16 ມ2/ລິດ/ເປືອກດຽວ(ຄວາມໜາຂອງເນື້ອສີ 30 ໄມຄອນ), ເນື່ອງຈາກລະດັບຄວາມຫຍາບຂອງພື້ນຜີວຕົວຈິງ ແລະອັດຕາສ່ວນຂອງການປະສົມນ້ຳທີ່ແຕກຕ່າງກັນປະລິມານການໃຊ້ນ້ຳສີອາດຈະແຕກຕ່າງກັນ.
  3. ການລະລາຍນ້ຳສີ:
    ·ກ່ອນການນຳໃຊ້ນ້ຳສີທຸກຄັ້້ງຕ້ອງຄົນໃຫ້ສະໝ່ຳສະເໝີສາກ່ອນ.
    ·ເພື່ອເຮັດໃຫ້ປະສິດທິພາບສູງສຸດຂອງການທາສີ, ເວລາໃຊ້ລູກກິ້ງ ແລະແປງທາສີ ຄວນປະສົມນ້ຳສະອາດໃນປະລິມານ 10%, , ຄົນໃຫ້ສະໝ່ຳສະເໝີ(ສາມາດເພີ່ມຫຼືຫຼຸດປະລິມານນ້ຳໂດຍອີງໃສ່ຄວາມລື່ນໄຫຼໃນເວລາເຮັດວຽກຕົວຈິງ)
    ·ຖ້າສີດດ້ວຍລົມຄວນປະສົມນ້ຳສະອາດໃນປະລິມານສູງສຸດ 10%, ໂດຍອີງສະພາບຂອງໜ້າວຽກຕົວຈິງ, ຄົນໃຫ້ສະໝ່ຳສະເໝີກ່ອນໃຊ້.
  4. ໄລຍະເວລາໃນການທາສີຊ້ຳຄືນ (ໃນສະພາບຄວາມແຫ້ງຂອງເນື້ອສີ 30
    ໄມຄອນ ພາຍໃຕ້ອຸນະພູມ 25-30 ອົງສາ):
    • ຜີວຂອງສີຈະແຫ້ງພາຍໃນ 60 ນາທີ
    • ແຂງໂຕພາຍໃນ 2 ຊົ່ວໂມງ,·
    • ໄລຍະການທາສີຊ້ຳຄືນພາຍຫຼັງ 02-03 ຊົ່ວໂມງ.

ຂໍ້ຄວນລະວັງ:

  1. ຫ້າມບໍ່ໃຫ້ດຳເນີນການກໍ່ສ້າງໃນສະພາບອາກາດທີ່ຊຸ່ມຊື່ນ ຫຼືອາກາດໜາວຈັດ (ອຸນະພູມຕ່ຳກວ່າ 5 ອົງສາ ຫຼື ສູງກວ່າ 35 ອົງສາ, ຄວາມຊຸມຊື່ນສູງກວ່າ 85%) ບໍ່ດັ່ງນັ້ນຈະບໍ່ສາມາດບັນລຸຕາມປະສິດຕະພາບທີ່ຄາດໝາຍທີ່ວາງໄວ້;
  2. ກ່ອນການໃຊ້ນ້ຳສີພະຍາຍາມໃຫ້ເປີດປະຕູ ແລະ ປ່ອງຢ້ຽມໄວ້ທັງໝົດ, ເພື່ອຮັບປະກັນໃນເຂດກໍ່ສ້າງມີອາກາດລ່ວງຜ່ານຢ່າງພຽງພໍ;
  3. ຖ້າຜີວໜັງຂອງຜູ້ໃຊ້ຫາກແພ້ສີ, ທ່າມກາງການທາສີຄວນສວມໃສ່ອຸປະກອນປ້ອງກັນໄວ້ຕະຫຼອດໄລຍະຂອງການເຮັດວຽກ; ກໍລະນີເຮັດນ້ຳສີເຂົ້າຕາ, ໃຫ້ໃຊ້ນຳສະອາດໃນປະລິມານຫຼາຍເພື່ອລ້າງອອກພ້ອມທັງຂໍຄວາມຊ່ວຍເຫຼືອຈາກແພດ;
  4. ຄວນເກັບມ້ຽນນ້ຳສີນີ້ໄວ້ບ່ອນຫ່າງໄກຈາກມືເດັກ;
  5. ກໍລະນີເຮັດສີຂວ້ຳ ຫຼື ຮົ່ວໄຫຼອອກນອກ, ຄວນໃຊ້ຂີ້ຊາຍ ຫຼືຂີ້ເຖົ່າຖົມໄວ້ແລ້ວເກັບໄປຖິ້ມໄວ້ບ່ອນທີ່ເໝາະສົມ, ຫ້າມຖອກເສດນ້ຳສີລົງທໍ່ນ້ຳ ຫຼື ຮ່ອງລະບາຍນ້ຳເດັດຂາດ;
  6. ການກຳຈັດເສດນ້ຳສີຕ້ອງປະຕິບັດຕາມເງື່ອນໄຂວ່າດ້ວຍການຮັກສາສິ່ງແວດລ້ອມທີ່ກ່ຽວຂ້ອງ.

ການເກັບຮັກສາ:
ຄວນເກັບຮັກສາໄວ້ບ່ອນທີ່ອາກາດເຢັນ ແລະ ແຫ້ງ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 18 ເດືອນ.
ມາດຕະຖານຂອງຜະລິດຕະພັນ: GB/T 9756-2018 “ນ້ຳສີລາເຕັກປະສົມສຳລັບທາພາຍໃນ”.

ຂໍ້ຄວນລະວັງ:

  1. ໃນເວລາການກໍ່ສ້າງ, ພື້ນຜິວຂອງຊັ້ນວັດສະດຸຕ້ອງແຫ້ງ, ຮາບພຽງ, ແຂງແຮງ ແລະ ສະອາດ,
    ກໍລະນີເປັນຝາຜະນັງເກົ່າຕ້ອງກຳຈັດຂີ້ຝຸ່ນອອກໃຫ້ໝົດສາກ່ອນ, ຂູດເປືອກສີເກົ່າອອກພ້ອມທັງຂັດດ້ວຍກະດາດຊາຍ;
  2. ສຳລັບຝາຜະນັງໃໝ່ຕ້ອງບຳລຸງຮັກສາຢ່າງຕ່ຳ 14 ວັນ, ຄວາມຊຸ່ມຂອງຝາຜະນັງຕໍ່າກວ່າ 10%, ແລະ ຄ່າ PH ແມ່ນນ້ອຍກວ່າ 10;
  3. ຄວາມຮາບພຽງຂອງພື້ນຜີວຈະສົ່ງຜົນກະທົບໂດຍກົງຕໍ່ປະສິດທູຜົນຂອງການຕົກແຕ່ງ;
  4. ອຸນນະພູມຂອງການກໍ່ສ້າງບໍ່ຄວນຕ່ຳກວ່າ 5 ℃ , ຄວາມຊຸ່ມຊື່ນຄວນຢູ່ລະຫວ່າງ 15% -85%, ບໍ່ຄວນດຳເນີນການກໍ່ສ້າງພາຍໃຕ້ສະພາບອາກາດຝົນຕົກ ຫລື ລົມແຮງ;
  5. ພາຍຫລັງສຳເລັດການກໍ່ສ້າງ, ຄວນລ້າງອຸປະກອນເຄື່ອງມີໃຫ້ສະອາດທັນທີ.

ນ້ຳສີLE]ໂລຫະ

◎ ເປັນມິດກັບສິ່ງແວດລ້ອມ
◎ ໜຽວທົນ, ທົນຕໍ່ອຸນນະພູມຕ່ຳ, ຄວາມຊຸ່ມ
ແລະ ຄວາມຮ້ອນ
◎ ເນື້ອສີແຂງ, ທົນຕໍ່ຮອຍຂີດ ແລະ ມີພະລັງຍຶດ
ເກາະທີ່ດີເລີດ
◎ ສະດວກໃນການກໍ່ສ້າງ ແລະ ສ້ອມແຊມ

ແນະນຳຜະລິດຕະພັນ:
ຜະລິດຕະພັນນີ້ເປັນນ້ຳສີໂລຫະທີ່ຜະລິດຈາກວັດສະດຸພື້ນຖານທີ່ມີປະສິດທິພາບສູງ,ເພີ່ມເມັດສີໂລຫະທີ່ມີຄວາມເງົາງາມ ແລະ ຕ້ານທານກັບທຸກສະພາບອາກາດ,ປະສົມສານປະກອບທີ່ມີຄຸນສົມບັດທີ່ຫລາກຫລາຍ ແລະ ເປັນມິດກັບສິ່ງແວດລ້ອມ. ເໝາະສຳລັບໃຊ້ເພື່ອທາຕົກແຕ່ງ ແລະ ປ້ອງກັນພື້ນຜິວພະນັງພາຍໃນ ແລະພາຍນອກ, ຝາດິນຈີ່ກໍ່ໂຊ, ຜະລິດຕະພັນໄມ້, ຊິ້ນສ່ວນປະກອບປລາສຕິກ – ອະລູມີນຽມ. ຜະລິດຕະພັນນີ້ມີສີສັນທີ່ສວຍງາມ, ຫຼາກຫຼາຍສີ, ການກໍ່ສ້າງງ່າຍດາຍ, ນຳໃຊ້ຢ່າງກວ້າງຂວາ ງແລະ ມີປະສິດຕິພາບດີເລີດ, ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກຫລາຍຂະແໜງການ.
ຂອບເຂດການນຳໃຊ້:
ເໝາະສົມສຳລັບການທາສີຕົກແຕ່ງ ແລະ ຮັກສາພື້ນຜີວຝາຜະນັງສຳລັບເຮືອນພັກອາໄສ, ໂຮງແຮມ, ໂຮງໝໍ, ຮ້ານຄ້າ ແລະ ອື່ນໆ.
ວິທີການນຳໃຊ້:
ເໝາະສຳລັບການທາຕົກແຕ່ງຝາຜະນັງພາຍໃນ ແລະ ພາຍນອກ, ຊິ້ນສ່ວນຄອນກຣີດທີ່ກໍ່ໂຊ, ແຜ່ນຢິບຊຳ, ຜະລິດຕະພັນໄມ້, ປລາສຕິກ-ອະລູມີນຽມສຳລັບສິ່ງປຸກສ້າງທີ່ຢູ່ອາໄສ, ໂຮງແຮມ, ສະຖານທີ່ການຄ້າ ແລະ ບ່ອນຜັກຜ່ອນ.

  1. ການທາສີ: ຂັ້ນຕອນການກຳກຽມ ແລະ ການໃຊ້ງານ:
    oບຳລຸງຜີວໜ້າຂອງຄອນກີດທີ່ຫາກໍ່ສ້າງໃໝ່, ຊີ້ນສ່ວນຄອນກຣີດສຳເລັດຮູບ ແລະ ອື່ນໆ (ໃນລະດູຮ້ອນ 15 ວັນຂຶ້ນໄປ, ລະດູໜາວ ຫຼື ບໍລິເວນທີ່ມີຄວາມຊຸ່ມຊື່ນສູງແມ່ນ 30 ວັນຂຶ້ນໄປ) → ກີດປູນໂປ້ໃຫ້ໄດ້ລະດັບ→ທາສີຮອງພື້ນປິດ → ສີດຊັ້ນສີໃຫ້ເປັນຮູບຮອຍ (ສີດລາຍສະຫຼັກເປັນຈຸດໆ, ຢຽບລາຍ, ລາກເສັ້ນ, ຮອຍລາຍ ແລະ ອື່ນໆ) →ທາຊຸດສີດຽວກັນທີ່ມີສີລະດັບປານກາງ→ ເຄືອບສີໂລຫະເຫຼື້ອມ → ລົງສີເຄືອບເງົາ. oສຳລັບຊິ້ນສ່ວນປລາສຕິກ-ອະລູມີນຽມ ແລະ ຜະລິດຕະພັນແກ້ວ: ຂັດພື້ນຜິວ, ທຳຄວາມສະອາດສິ່ງເປິເປື້ອນ ແລະ ສິ່ງເຈືອປົນ→ສີດສີຊັ້ນກາງ→ສີດສີໂລຫະ →ລົງສີເຄື່ອບເງົາ. oຜະລິດຕະພັນໄມ້: ທາສີຮອງພື້ນລົງເນື້ອໄມ້ →ສີດສີຊັ້ນກາງ, →ສີດສີໂລຫະເຫຼືອມ, → ລົງສີເຄືອບເງົາ.
  2. ປະລິມານການນຳໃຊ້: ໃນທາງທິດສະດີ, ນ້ຳສີ 01 ກິໂລ ສາມາດທາສີໄດ້ 7-8 ຕາແມັດ (ເປືອກດຽວ).
    ປະລິມານນຳໃຊ້ຕົວຈິງອາດຈະແຕກຕ່າງກັນຍ້ອນເງື່ອນໄຂທີ່ແຕກຕ່າງກັນເຊັ່ນ: ຄວາມໜາ ແລະ ຮູບຮ່າງ.
  3. ການປະສົມສີ: ການນຳໃຊ້ນ້ຳໂລຫະຄວນປະສົມດ້ວຍນ້ຳສະອາດໃນປະລິມານ 10% ແລະພ້ອມທັງຄົນໃຫ້ສະໝ່ຳສະເໝີ; ຜະລິດຕະພັນນີ້ເໝາະສຳລັບການທາສີໂດຍວິທີການສີດສີ, ໂດຍທົ່ວໄປແລ້ວຄວນສີດ 2 – 4 ເທື່ອ, ການສີດສີຕ້ອງສະໝ່ຳສະເໝີ.
  4. ໄລຍະເວລາໃນການທາສີຊ້ຳຄືນ: ໄລຍະຫ່າງແມ່ນ 2 ~ 3 ຊົ່ວໂມງ, ຈົນນ້ຳສີແຫ້ງສົມບູນສາກ່ອນ. ກ່ອນການຳໃຊ້ສີໂລຫະແນະນຳໃຫ້ທາດ້ວຍສີຮອງພື້ນທີ່ທົນທານຕໍ່ດ່າງສາກ່ອນ.
  5. ສີສັນ ແລະ ເງົາງາມ: ສີ, ສີມຸກທຸກສີ, ສີອາລູມີນຽມ, ສີປະສົມ ແລະ ສີອື່ນໆ;ເງົາງາມ: ເຄິ່ງເຫຼື້ອມ.

ການເກັບຮັກສາ:
ຄວນເກັບຮັກສາໄວ້ບ່ອນທີ່ອາກາດເຢັນ ແລະ ແຫ້ງ, ພາຍໃຕ້ອຸນນະພູມລະຫວ່າງ 5 ° C – 35 ° C. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 18 ເດືອນ, ສີຊະນິດພິເສດບໍ່ຄວນເກັບຮັກສາໄວ້ດົນເກີນໄປ ເພື່ອຫລີກລ້ຽງການເສື່ອມຄຸນນະພາບ.

ນ້ຳສີປ້ອງກັນຄວາມຮ້ອນ ແລະ ສະທ້ອນແສງ

◎ ມີຄວາມຍຶດເກາະພື້ນຜີວທີ່ດີເລີດ
◎ ທົນທານຕໍ່ລັງສີຢູວີ (UV) ທີ່ດີເລີດ
◎ ທົນທານຕໍ່ນ້ຳ ແລະ ນ້ຳຂັງທີ່ດີເລີດ
◎ ສາມາດກັນນ້ຳໄດ້ດີ
◎ ມີອັດຕາການການຢືດຕົວທີ່ດີເລີດ
◎ ສະທ້ອນແສງຄວາມຮ້ອນສູງ,
◎ ປະຫຍັດພະລັງງານ ແລະ ຫຼຸດຜ່ອນການຊົມໃຊ້ພະລັງງານ.

ແນະນຳຜະລິດຕະພັນ:
ຜະລິດຕະພັນນີ້ເປັນນ້ຳສີທີ່ຜະລິດຈາກອະຄຣີລິກທີ່ເປັນວັດສະດຸພື້ນຖານທີ່ມີຄວາມຢືນຢຸນ ແລະ ຄຸນນະພາບສູງ, ເພີ່ມເມັດສີ ແລະ ສານປະສົມທີ່ເໝາະສົມ ແລະ ຜະລິດໂດຍຂະບວນການທີ່ເປັນເອກະລັກສະເພາະ; ເປັນລະບົບ ເຄືອບສີທີ່ຢືດຢຸ່ນ ແລະ ໄຮ້ຮອຍຕໍ່, ຊຶ່ງສາມາດປົກປ້ອງ ແລະ ຕິດແໜ້ນກັບພື້ນຜີວໂລຫະ ແລະ ວັດສະດຸທຸກຊະນິດ.ໃນຄະນະດຽວກັນ, ຍັງມີຄຸນສົມບັດໃນການສະທ້ອນແສງ ແລະ ຄວາມຮ້ອນທີ່ດີເລີດ, ເຊິ່ງສາມາດຫຼຸດຜ່ອນຄ່າສໍາປະສິດການດູຄດວາມຮ້ອນກໍາ ມັນຕະພາບລັງສີຂອງສີເຄືອບຫຼັງຄາ, ເພີ່ມຄວາມຕ້ານທານຄວາມຮ້ອນທຽບເທົ່າ, ຫຼຸດອຸນນະພູມພາຍໃນເຮືອນ, ເຮັດໃຫ້ປະຫຍັດພະລັງງານ ແລະ ຫຼຸດຜ່ອນການໃຊ້ ພະລັງງານ.
ຂອບເຂດການນຳໃຊ້:
ເໝາະສົມສຳລັບທາຫຼັງຄາທີ່ເທດ້ວຍຊີມັງທັງໃໝ່ ແລະ ທີ່ມີຢູ່ແລ້ວ ແລະ ຫລັງຄາປູດ້ວຍຢາງໝາກຕອຍ ແລະ ອື່ນໆ, ໂດຍສະເພາະແມ່ນການຮັກສາ ແລະ ປົກປ້ອງແຜ່ນມຸງຫລັງຄາທີ່ເຮັດດ້ວຍໂລຫະ. ທາແຜ່ນສັງກະສີເພື່ອກັນໝ້ຽງ ແລະ ກັນຄວາມຮ້ອນ.


ວິທີການນຳໃຊ້:

  1. ພື້ນຜິວຂອງການກໍ່ສ້າງຄວນສະອາດ ແລະ ຮາບພຽງ, ຖ້າມີຂີ້ຝຸ່ນ, ມີສິ່ງພົ້ນຂຶ້ນ, ສີເກົ່າ ຫຼື ຝຸ່ນລະອອງອື່ນໆຕິດເກາະຢູ່, ຄວນທຳຄວາມສະອາດສາກ່ອນ.
  2. ກ່ອນການນໍາໃຊ້ຄວນສັ່ນ ຫຼື ຄົນເຂົ້າກັນໃຫ້ສະໝໍ່າສະເໝີີ, ສາມາດປະສົມນ້ໍາສະອາດປະມານ 10% ໂດຍອີງໃສ່ການນຳໃຊ້ຕົວຈິງ.
  3. ໃຊ້ລຸກກິ້ງທາສີໃສ່ພື້ນຜີວ 2-3 ຮອບ, ພື້ນຜີວຈະແຫ້ງພາຍໃນ 2-3 ຊົ່ວໂມງພາຍໃຕ້ອຸນນະພູມປົກກະຕິ ແລະ ແນະນຳໃຫ້ທາຊ້ຳໃນເປືອກຕໍ່ໄປດ້ວຍໄລຍະເວລາ 12 ຫາ 24 ຊົ່ວໂມງ.

ຂໍ້ຄວນລະວັງ:

  1. ທໍາຄວາມສະອາດເຄື່ອງມືກໍ່ສ້າງດ້ວຍນໍ້າ.
  2. ສຳລັບການກໍາຈັດນໍ້າເສຍຫຼັງຈາກທໍາຄວາມສະອາດ, ກະລຸນາປະຕິບັດຕາມຂໍ້ກໍານົດກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງທ້ອງຖິ່ນ.
  3. ພື້ນຜິວສີຈະແຫ້ງພາຍໃນ ≤ 2 ຊົ່ວໂມງ (25) ℃.
  4. ໄລຍະການບໍາລຸງຮັກສາຊັ້ນຜີວສີແມ່ນ 7 ວັນ (25 ℃).

ການເກັບຮັກສາ:
ຄວນເກັບຮັກສາໄວ້ບ່ອນທີ່ອາກາດເຢັນ ແລະ ແຫ້ງ, ຫຼີກລ້ຽງການຖືກແສງແດດໂດຍກົງ. ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 18 ເດືອນ.
ມາດຕະຖານຂອງຜະລິດຕະພັນ: GB / T 25261-2018 “ສີເຄືອບແສງສະທ້ອນແສງ ແລະ ກັນຄວາມຮ້ອນສໍາລັບອາຄານ”

ວິທີການນໍາໃຊ້:

  1. ການສີດພົ່ນສີ: ແນະນໍາໃຫ້ໃຊ້ຫົວພົ່ນທີ່ມີເສັ້ນຜ່າສູນກາງ 2 ~ 3 ມມ. ເວລາສີດສີ, ຫົວສີດຄວນຕັ້ງສາກຝາຜະນັງ, ຫ່າງຈາກພະນັງ 20 ~ 30 ຊມ; ໃຫ້ສີດແຕ່ເທິງລົງລຸ່ມ ແລະ ຈາກຊ້າຍຫາຂວາ. ການສີດແຕ່ລະຮອບໃຫ້ສີດກວມເອົາ ສີຮອບກ່ອນ 1/3, ພະຍາຍາມບໍ່ໃຫ້ນ້ຳສີຍ້ອຍ, ການພົ່ນສີດຕ້ອງສະໝໍ່າສະເໝີໃຫ້ເອກະພາບກັນ.
  2. ການທາສີດ້ວຍລູກກິ້ງ: ເມື່ອທາສີດ້ວຍລູກກິ້ງຄວນເລືອກໃຊ້ລູກກິ້ງທີ່ມີຄຸນນະພາບສູງ, ຈຸ່ມລູກກິ້ງລົງນ້ຳສະອາດ, ຟິດນ້ຳໃຫ້ແຫ້ງ, ຈາກນັ້ນເອົາໄປຈຸ່ມລົງໃນຖັງທາສີໃຫ້ດູດຊຶມສີສະໝໍ່າສະເໝີ. ກ່ອນຈະທາສີ, ຄວນຖອກສີສ່ວນເກີນໃນຮູລູກກິ້ງອອກໃຫ້ໝົດເພື່ອຫລີກລ້ຽງການຕົກເຮັ່ຍ ແລະ ເປິເປື້ອນຂອງສີ. ໃນເວລາທາສີ, ຄວນທາຈາກລຸ່ມຫາເທິງດ້ວຍຕົວອັກສອນ “M”, ຮອຍລູກກິ້ງໃຫ້ທັບຊ້ອນກັນ ແລະ ຮັກສາຄວາມໜາຂອງເນື້ອສີສະໝ່ຳສະເໝີກັນ. ໃນລະຫວ່າງການທາສີ, ໃຫ້ກົດລູກກິ້ງໜັກຫຼືເບົາຕາມປະລິມານສີໃນລູກກິ້ງ, ເພື່ອເຮັດໃຫ້ສີສາມາດຍຶດເກາະກັບຝາຜະນັງຢ່າງສະໝ່ຳສະເໝີ, ຫຼຸດຜ່ອນ ຫຼື ຫຼີລ້ຽງການການຍ້ອຍຂອງສີ.

ນ້ຳສີທໍາຄວາມສະອາດດ້ວຍຕົນເອງ
(Self-cleaning)

◎ ເປັນມິດກັບສິ່ງແວດລ້ອມ
◎ ສາມາດທຳຄວາມສະອາດດ້ວຍຕົນເອງ
◎ ທົນທານຕໍ່ລັງສີຢູວີ (UV) ທີ່ດີເລີດ
◎ ທົນທານຕໍ່ກົດຈາກນ້ຳຝົນ ແລະ ຮັກສາເນື້ອສ

ແນະນຳຜະລິດຕະພັນ:
ຜະລິດຕະພັນນີ້ເປັນນ້ຳສີລຸ້ນໃໝ່ທີ່ເປັນມິດກັບສິ່ງແວດລ້ອມໂດຍນຳໃຊ້ຫຼັກການແສງເລັ່ງປະຕິກິລິຍາທຳຄວາມສະອາດດ້ວຍຕົນເອງ ແລະ ນາໂນເຕັກໂນໂລຍີທີ່ທັນສະໄໝທີ່ສຸດໃນປະຈຸບັນ. ຜະລິດຕະພັນດັ່ງກ່າວເມື່ອເຄືອບໃສ່ຝາຜະນັງພາຍນອກ ຂອງອາຄານ, ເມື່ອຖືກແສງແດດຈະສາມາດກຳຈັດຄາບນໍ້າມັນເປິເປື້ອນທີ່ມີມົນລະພິດ ແລະ ສານອະນົງຄະທາດບາງສ່ວນ. ພາຍຫຼັງ ທີ່ໃຊ້ສີດັ່ງກ່າວທາຝາຜະນັງດ້ານນອກຂອງອາຄານແລ້ວ, ຈະມີຄວາມສາມາດ “ທຳຄວາມສະອາດຕົວເອງ”,ເຊິ່ງສາມາດເພີ່ມຄວາມຕ້ານ ທານຕໍ່ສິ່ງເປິເປື້ອນຂອງຝາຜະນັງດ້ານນອກໄດ້ງເປັນຢ່າງດີ, ສາມາດຮັກສາປະສິດທິພາບຂອງຕົກແຕ່ງຝາຜະນັງດ້ານນອກໄດ້ເປັນເວລາ ດົນນານ, ພ້ອມທັງສາມາດຕ້ານເຊື້ອແບັກທີເຣຍ, ເຊື້ອລາ ແລະ ຮັກສາເນື້ອສີໄດ້ຢ່າງດີເລີດ. ໄດ້ນຳໃຊ້ຫຼັກການນີ້ເຂົ້າໃນສີລາຍຫີນແທ້, ສີຜີວຫຍາບ ແລະ ສີຢືດຢຸນເພື່ອໃຫ້ສາມາດທຳຄວາມສະອາດດ້ວຍຕົນເອງ ແລະ ທົນທານຕໍ່ສິ່ງເປິເປື້ອນ, ຜ່ານການການທົດລອງ ຈໍານວນຫຼາຍຄັ້ງ, ຊຶ່ງໄດ້ຮັບຜົນຜົນທີ່ດີ.
ຂອບເຂດການນຳໃຊ້:
ເໝາະສຳລັບການຕົກແຕ່ງພື້ນຜີວຂອງວັດສະດຸຕົກແຕ່ງສຳລັບຝາຜະນັງພາຍນອກເຊັ່ນ: ທາສີລາຍຫີນແທ້, ທາສີລາຍ ຫຍາບ, ສີຢືດຢຸນ ແລະອື່ນໆ, ເພື່ອຍົກສູງຄວາມຕ້ານທານຕໍ່ສິ່ງເປິເປື້ອນແລະປະສິດທິພາບໃນການທຳຄວາມສະອາດ ຕົວເອງຂອງວັດສະດຸ.

ຂໍ້ຄວນລະວັງ:

  1. ໃນລະຫວ່າງຂັ້ນຕອນການທາສີ, ຍ້ອນວ່າຜະລິດຕະພັນນີ້ບໍ່ມີເງົາເຫຼື້ອມ, ຊຶ່ງບໍ່ສາມາດຈຳແນກໄດ້ຄວາມແຕກຕ່າງລະຫວ່າງບໍລິເວນທີ່ທາສີແລະ ຍັງບໍ່ທັນທາສີ, ແນະນຳໃຊ້ເຕົ້າສີດຂະໜາດນ້ອຍສີດນ້ຳໃສ່ບໍລິເວນຮອຍຕໍ່ຂອງບໍລິເວນທີ່ທາສີ ແລະ ຍັງບໍ່ທັນທາສີໂດຍປະມານ, ສາມາດສັງເກດເຫັນວ່ານ້ຳກະກະຈາຍໄປທົ່ວພື້ນຜີວທີ່ໄດ້ທາສີ ແລະ ແມັດນ້ຳຈະຍ້ອຍລົງໃນບໍລິເວນທີ່ບໍ່ທັນໄດ້ທາສີ, ຊຶ່ງເປັນວິທີຈຳແນກແບບງ່າຍໆເພື່ອສັງເກດຮອຍຕໍ່ຂອງສີ.
  2. ຜະລິດຕະພັນນີ້ແມ່ນຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ, ຄວນໃຊ້ງານພາຍໃຕ້ໃນອຸນນະພູມສູງກວ່າ 5°C ຂຶ້ນໄປ ແລະຕໍ່າກວ່າ 40 ອົງສາ.
  3. ຫ້າມປະສົມກັບນ້ຳ, ເພາະການປະສົມນ້ຳຈະທຳລາຍຄວາມສະຖຽນລະພາບຂອງສ່ວນປະກອບສີ ແລະ ເຮັດໃຫ້ຜະລິດຕະພັນແຂງຕົວ. ການເກັບຮັກສາ: ຜະລິດຕະພັນນີ້ຄວນເກັບຮັກສາໄວ້ໃນບ່ອນທີ່ມີອາກາດເຢັນ, ມີອາກາດຖ່າຍເທ ພາຍໃຕ້ອຸນນຸພູມ 0°C ແລະ ຕໍ່າກວ່າ 35°C ຫຼີກລ້ຽງການຖືກແສງແດດໂດຍກົງ, ສິນຄ້າທີ່ບໍ່ໄດ້ເປີດຝາມີອາຍຸການນຳໃຊ້ 18 ເດືອນ.
    ມາດຕະຖານຂອງຜະລິດຕະພັນ:
    GB/ T 31815-2015 “ສີເຄືອບພື້ນຜີວທໍາຄວາມສະອາດດ້ວຍຕົນເອງສຳລັບຝາຜະນັງພາຍນອກ”